ຫວຽດນາມປາດຖະໜາຢາກເຊັນສັນຍາການຄ້າເສລີກັບອີຢູ

ຫວຽດນາມປາດຖະໜາຢາກເຊັນສັນຍາການຄ້າເສລີກັບອີຢູ - ảnh 1
ທ່ານ Phil Hogan ແລະ ທ່ານ ຫງວຽນ​ຊວນ​ຟຸກ

(vovworld) - ​​​ຕອນ​ບ່າຍ​ວັນ​ທີ 3/11, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕ້ອນ​ຮັບ​ທ່ານ Phil Hogan, ຂ້າຫຼວງ​ໃຫຍ່​ສະ​ຫະ​ພາບ​ເອີ​ລົບ ຮັບ​ຜິດ​ຊອບ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ໝາ​ກ​ຜົນ​ຂອງ​ການ​ເຮັດ​ວຽກ​ລະ​ຫວ່າງ​ຄະ​ນະ​ປະ​ຕິ​ບັດ​ງານ ແລະ ກະ​ຊວງ​ກະ​ສິ​ກຳ ແລ​ະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ ນີ້​ແມ່ນ​ໂອ​ກາດ​ເພື່ອໃຫ້ 2 ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​​ຈຳ​ເປັນຕ້ອງ​ມີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກະ​ສິ​ກຳ ແລະ ການ​ຄ້າ​ຍັງ​ມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນໃຫຍ່ຫຼວງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້ ແລະ ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ ໂດຍ​ໄວ, ຍ້ອນ​ສັນ​ຍານີ້​ຈະ​ນຳ​​ເອົາຜົນ​ປະ​ໂຫຍດ​​ມາໃຫ້​ທັງ 2 ຝ່າຍ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ອີ​ຢູ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ ອີ​ຢູ ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ດ້ານ​ເຕັກ​ນິກ​ເພື່ອ​ປະ​ຕິ​ບັດ​ສັນ​ຍານີ້. ຫວຽດ​ນາມ ກຽມ​ພ້ອມ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ອີ​ຢູ ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ການ​ຄ້າ 2 ຝ່າຍ. ຊົມ​ເຊີຍຫຼາຍ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ອີ​ຢູ ເຂົ້າ​ຮ່ວມ​ຄະ​ນະ​ປະ​ຕິ​ບັດ​ງານ​​ມາ ຫວຽດ​ນາມ ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ ບັນ​ດາ​ວິ​ສາ​ຫະ​ກິ​ດ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ ຫວຽດ​ນາມ ທີ່​ມີ​ທ່າ​ແຮງ​ຄື ສິນ​ໃນ​ນ້ຳ, ໝາກ​ໄມ້, ຜັກ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ໜັງ​ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ການ​ຄ້າ ແລະ ການ​ລົງ​ທຶນ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຫັນ​ດີ​ຕໍ່​ທ່ານ Phil Hogan ນຳ​ການ​ຮ່ວມ​ມື​ລະ​ຫວ່າງ​ລະ​ຫວ່າງ ຫວຽດ​ນາມ ແລະ​ ອີ​ຢູ​ພັດ​ທະ​ນາ​ອັນ​ດີ​ງາມໃນ​ໄລ​ຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ກ່ຽວ​ກັບ​ຂໍ້​ສະ​ເໜີ​ສ້າງ​ຕັ້ງ​ກ​ຸ່ມ​ປະ​ຕິ​ບັດ​ງານ​ເພື່ອ​ຊຸກ​ຍູ້​ຮ່ວມ​ມື​​ດ້ານການ​ຄ​້າ ການ​ລົງ​ທຶນ​ລະ​ຫວ່າງ 2 ຝ່າຍ. ຫວຽດ​ນາມ ກໍ່​ພວມ​ຍູ້​ແຮງ​ການ​ຄຸ້ມ​ຄອງ​ສະ​ບຽງ​ອາ​ຫານ​ປອດ​​ສານ​ພິດຢ່າງ​ດີ​ທີ່​ສຸດເພື່ອ​​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ​ສົ່ງ​ອອກ.

ຂ່າວ/ບົດ​ອື່ນ