ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງໃນການດຶງດູດການລົງທຶນພາຍຫຼັງ Covid – 19

(VOVWORLD) -ດ້ວຍບັນດາຜົນສຳເລັດໃນການຄວບຄຸມໂລກລະບາດ Covid – 19, ຫວຽດນາມພວມຄ່ອຍໆກຳນົດທີ່ຕັ້ງຕົນເອງແມ່ນໜຶ່ງໃນບັນດາສະຖານທີ່ ທີ່ມີຄວາມປອດໄພໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດ, ຍາດແຍ່ງທ່າອ່ຽງຫັນລະບົບສະໜອງເປັນຫຼາຍຮູບ ແບບ ນອກຈາກຈີນຂອງບັນດານັກຜະລິດສາກົນ. ນີ້ແມ່ນຂໍ້ສັງເກດທີ່ຫາກໍ່ໄດ້ຍົກອອກມາຈາກ ສຳນັກຂ່າວສານ Reuters.
ຫວຽດນາມມີທ່າໄດ້ປຽບຫຼາຍຢ່າງໃນການດຶງດູດການລົງທຶນພາຍຫຼັງ Covid – 19 - ảnh 1ພາບປະກອບ 

ຕາມReuters,ດ້ວຍຈຳນວນຜູ້ຕິດເຊື້ອCovid–19ມີໜ້ອຍແລະບໍ່ມີຜູ້ໃດເສຍຊີວິດ, ຫວຽດນາມຈະມີເງື່ອນໄຂສະດວກເພື່ອຟື້ນຟູພື້ນຖານເສດຖະກິດໄວກ່ວາເມື່ອທຽບໃສ່ກັບປະເທດອື່ນເກືອບທັງໝົດ.ບັນດາຜົນສຳເລັດຂອງຫວຽດນາມໃນການ ຮັບມືກັບໂລກລະບາດ ກໍ່ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ ເນື້ອເຊື່ອໃຈ ຂອງບັນດານັກລົງທຶນຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ