ຫ​ວຽດ​ນາ​ມ​ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ສາ​ມັນ​ຊົນ​, ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ ມາ​ລີ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(VOVWORLD) - ວັນທີ 11 ມິຖຸນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມາລີ ແລະ ການຕໍ່ກຳນົດເວລາການເຄື່ອນໄຫວຂອງ ຄະນະປະຕິບັດງານຮັກສາສັນຕິພາບຢູ່ ສປຊ ປະຈຳ ມາລີ (MINUSMA) ພາຍໃຕ້ການເປັນປະທານຂອງລັດຖະມົນຕີການຕ່າງປະເທດ ຝລັ່ງ.
ຫ​ວຽດ​ນາ​ມ​ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ສາ​ມັນ​ຊົນ​, ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງ ມາ​ລີ ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ - ảnh 1ກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມາລີ  

ສ່ວນຫຼາຍ ບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງສປຊ ແບ່ງປັນກັບບັນດາການຕີລາຄາຂອງ ສປຊ, ເນັກໜັກບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມາລີຕ້ອງສືບຕໍ່ປະຕິບັດບັນດາມະຕິຂອງສົນທິສັນຍາສັນຕິພາບ ປີ 2015 ຢ່າງຄົບຖ້ວນ…

        ທ່ານ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈຳ ສປຊ, ໄດ້ສະແດງຄວາມວິກຕົກກັງວົນຕໍ່ບັນດາເຫດບຸກໂຈມຕີຂອງການກໍ່ການຮ້າຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍຢູ່ທາງພາກກາງ ແລະ ພາກເໜືອມາລີ ແລະ ຕໍ່ບົດລາຍງານຂອງ ທ່ານເລຂາທິການໃຫຍ່ສປຊ ກ່ຽວກັບບັນດາເຫດລະເມີດຕໍ່ປະຊາຊົນ ແລະ ສະພາບການມະນຸດສະທຳຢູ່ມາລີ. ທ່ານ ດັ້ງດິ່ງກຸ໊ຍ ໄດ້ຮຽກຮ້ອງໃຫ້ປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ, ທ່ານເນັ້ນໜັກວ່າການແກ້ໄຂບັນດາບັນຫາຢູ່ ມາລີ ມີຄວາມໝາຍຫຼັກແຫຼ່ງໃນການແກ້ໄຂບັນດາສິ່ງທ້າທາຍຢູ່ພາກພື້ນ Sahel, ທ່ານກໍ່ສະໜັບສະໜູນເລື່ອງຕໍ່ກຳນົດເວລາການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບ ສປຊ ປະຈຳ ມາລີ ຕື່ມອີກ 12 ເດືອນ, ຮຽກຮ້ອງໃຫ້ສປຊ ແລະ ບັນດາຄູ່ຮ່ວມມືສາກົນສືບຕໍ່ໜູນຊ່ວຍ ມາລີໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ປະຕິບັດບັນດາການເຄື່ອນໄຫວດ້ານມະນຸດສະທຳຢ່າງສະດວກ.

ຕອບກັບ

ຂ່າວ/ບົດ​ອື່ນ