ອີຣານຢັ້ງຢືນຈະເດັດດ່ຽວປົກປ້ອງສິດເດີນທະເລຂອງປະເທດນີ້

(VOVWORLD) -ກະຊວງການຕ່າງປະເທດອີຣານ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດສະວິດ ປະຈຳເຕເຮຣານ ມາສຳນັກງານຂອງກະຊວງນີ້ເພື່ອຄັດຄ້ານ ບັນດາຄວາມເຄັ່ງຕຶງຫວ່າງມໍ່ໆມານີ້ຢູ່ເຂດອ່າວ.

ອີຣານຢັ້ງຢືນຈະເດັດດ່ຽວປົກປ້ອງສິດເດີນທະເລຂອງປະເທດນີ້ - ảnh 1

ອີຣານ ຈະທຳລາຍບັນດາກ່ຳປັ່ນຂອງອາເມລິກາ ຖ້າຫາກວ່າຄວາມໝັ້ນຄົງຂອງເຕເຮຣານ ຖືກນາບຂູ່ຢູ່ເຂດອ່າວ 

(ພາບປະກອບ: AP)

ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ອອກຄຳສັ່ງໃຫ້ກອງທັບເຮືອປະເທດນີ້ “ຍິງ” ບັນດາກ່ຳປັ່ນຂອງອີຣານ ຖ້າຫາກ “ມີການກະທຳເກາະຜິດ” ບັນດາກ່ຳປັ່ນຂອງອາເມລິກາ ຢູ່ເຂດອ່າວເປີເຊຍ ເປັນເວລາໜຶ່ງວັນ, ວັນທີ 23 ເມສາ, ກະຊວງການຕ່າງປະເທດອີຣານ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດສະວິດ ປະຈຳເຕເຮຣານ ມາສຳນັກງານຂອງກະຊວງນີ້ເພື່ອຄັດຄ້ານ ບັນດາຄວາມເຄັ່ງຕຶງຫວ່າງມໍ່ໆມານີ້ຢູ່ເຂດອ່າວ. ປະຈຸບັນ, ສະວິດ ແມ່ນປະເທດເປັນຕົວແທນໃຫ້ແກ່ສິດ ແລະ ຜົນປະໂຫຍດຂອງອາເມລິກາ ຢູ່ອີຣານ. ສຳນັກຂ່າວສານ IRIB ໄດ້ໃຫ້ຂ່າວວ່າ, ທ່ານເອກອັກຄະລັດຖະທູດສະວິດ ໄດ້ຮັບສານເພື່ອສົ່ງຕໍ່ໃຫ້ຝ່າຍອາເມລິກາ, ໃນນັ້ນໄດ້ຊີ້ແຈ້ງວ່າ ອີຣານ ຈະເດັດດ່ຽວປົກປ້ອງບັນດາສິດໃນການເດີນທະເລຂອງປະເທດນີ້ຢູ່ເຂດອ່າວ ແລະ ຮັບມືກັບບໍ່ວ່າໄພນາບຄູ່ໃດໆ.

ກ່ອນໜ້ານັ້ນໃນວັນດຽວກັນ, ຊ່ອງໂທລະພາບແຫ່ງລັດອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Hossein Salami, ຜູ້ບັນຊາການກຳລັງພິທັກປະຕິວັດອິດສະລາມອີຣານ ໂດຍຖະແຫຼງວ່າ, ຈະທຳລາຍບັນດາກ່ຳປັ່ນຂອງອາເມລິກາ ຖ້າຫາກວ່າຄວາມໝັ້ນຄົງຂອງເຕເຮຣານ ຖືກນາບຂູ່ຢູ່ເຂດອ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ