ອາເມລິກາ ຊຸກຍູ້ບຸກທະລຸການທູດໃຫ້ແກ່ການປະທະກັນຢູ່ ຢູແກຼນ
(VOVWORLD) - ຫ້ອງວ່າການປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ແຈ້ງໃຫ້ຊາບວ່າ ຄະນະປະຕິບັດງານປະເທດນີ້ ແລະ ອາເມລິກາ ໄດ້ຈັດກອງປະຊຸມໃນວັນທີ 23 ມີນາ ຢູ່ ອາຣັບບິ ຊາອຸດິ.
ຄະນະຜູ້ແທນ ອາເມລິກາ ແລະ ຄະນະຜູ້ແທນ ຢູແກຼນ (ພາບ: THX/TTXVN) |
ອາເມລິກາ ພວມມານະພະຍາຍາມຊຸກຍູ້ບັນດາບຸກທະລຸການທູດ ກັບທັງ ລັດເຊຍ ແລະ ຢູແກຼນ ໃນສະພາບການປະທະກັນແກ່ຍາວໃນຕະຫຼອດໄລຍະ 3 ປີຜ່່ານມາ ລະຫວ່າງສອງຝ່າຍ ຍັງບໍ່ມີສັນຍານຫຼຸດລົງ. ຫ້ອງວ່າການປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ແຈ້ງໃຫ້ຊາບວ່າ ຄະນະປະຕິບັດງານປະເທດນີ້ ແລະ ອາເມລິກາ ໄດ້ຈັດກອງປະຊຸມໃນວັນທີ 23 ມີນາ ຢູ່ ອາຣັບບິ ຊາອຸດິ. ທ່ານ Georgy Tykhy ຜູ້ຕາງໜ້າການຕ່າງປະເທດ ຢູແກຼນ ໃຫ້ຮູ້ວ່າ ບັນດາການເຈລະຈາຈະດຳເນີນໃນໂຮງແຮມແຫ່ງໜຶ່ງຢູ່ນະຄອນຫຼວງ Riyadh ຂອງ ອາຣັບບິ ຊາອຸດິ ແລະ ຄະນະຜູ້ແທນ ຢູແກຼນ ຍັງບໍ່ມີແຜນການພົບປະໂດຍກົງກັບ ຝ່າຍລັດເຊຍ. ໃນຂະນະນັ້ນ, ຝ່າຍ ລັດເຊຍ ກໍປະກາດພວມກະກຽມການປຶກສາຫາລືກັບ ຝ່າຍ ອາເມລິກາ ຢູ່ Riyadh ໃນວັນທີ 24 ມີນາ. ຕາມທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ແລ້ວ, ໄດ້ເວ້ົາຢ່າງຈະແຈ້ງວ່າ ຄະນະຜູ້ແທນ ລັດເຊຍ ໂດຍທ່ານ Grigory Karasin ສະມາຊິກສະພາສູງ ແລະ ທ່ານ Sergei Beseda ທີ່ປຶກສາຜູ້ອຳນວຍການອົງການປ້ອງກັນຄວາມໝັ້ນຄົງສະຫະພັນນຳໜ້າ.