ຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ)

ຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບປັບປຸງ) - ảnh 1

ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ)

(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/2, ກະຊວງ​ຊັບພະຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ​ໄດ້​ຈັດກ​ານປະຊຸມ​ຂ່າວ​ກ່ຽວ​ກັບ​​ເລື່ອງ​ຮັບ​​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ).

        ທີ່​ການ​ປະຊຸມ​ຂ່າວ, ການ​ນຳກະຊວງ​ຊັບພະຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ລວມມີ 14 ພາກ ​ແລະ 206 ມາດຕາ, ​ເພີ່ມ​ຂຶ້ນ 7 ພາກ ​ແລະ 60 ມາດຕາ​ເມື່ອ​ທຽບ​ໃສ່​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ປີ 2003, ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ສິ່ງທີ່ຄົງ​ຂ້າງ ​ແລະ ຈຳກັດ ຂອງ​ກົດໝາຍທີ່​ພວມ​ປະກາດ​ໃຊ້. ກ່ຽວ​ກັບ​ບັນດາ​ຈຸດ​ໃໝ່​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ແມ້ງ​ຫຽນ ​ໃຫ້​ຮູ້​ວ່າ:

“ທີ່​ໜຶ່ງ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ສະບັບ​ປັບປຸງ ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ລະອຽດ​ກ່ວາ​ສິດ ​ແລະ ຄວາມ​ຮັບຜິ​ດຊອບ​ຂອງ​ລັດດ້ວຍ​ຖານະ​ແມ່ນ​ຜູ້ຕາງໜ້າ​​ເຈົ້າ​ຂອງກຳມະສິດ​ທີ່​ດິນ, ​ເປັນ​ເອກະ​ພາບ​​ໃນ​ການຄຸ້ມ​ຄອງ​ລັດ ກ່ຽວ​ກັບທີ່​ດິນ ​ບັນດາ​ສິດ ​ແລະ ພັນທະຂອງ​ຜູ້ນຳ​ໃຊ້​ທີ່​ດິນ. ທີ່ 2, ​ແມ່ນສືບ​ຕໍ່​ປັບປຸງ​ນະ​ໂຍບາຍ, ກົດໝາຍ ກ່ຽວ​ກັບ​ທີ່​ດິນ​ສຳລັບ​ເຂດ​ອຸດສາຫະກຳ​ຕາມ​ທິດ​ເປີ​ດກ້ວາງ​ກຳນົດ​ເວລາ​ມອບ​ທີ່ດິນ​ກະສິກຳ, ມີ​ຂໍ້​ກຳນົດ​ສະ​ເພາະ ກ່ຽວ​ກັບ​ການ​ນຳ​ໃຊ້​ທີ່ດິນ​ປູກ​ເຂົ້າ. ທີ 3, ​​ແມ່ນເພີ່ມ​ທະວີ​ການ​​ພົວພັນ​ກົນ​ໄກ, ການ​ພົວພັນ​ທີ່​ດິນ​ຕາມ​ກົນ​ໄກ​ການ​ຕະຫຼາດ, ​ໃນ​ນັ້ນ​ຈຳກັດ​ບັນດາ​ກໍລະນີ​ໄດ້ຮັບ​​ທີ່​ດິນຈາກ​ລັດ, ຫັນ​ໄປ​ສູ່ຮູບ​ແບບ​ໃຫ້​ເຊ່ົາ​ທີ່​ດິນ, ປະຕິບັດ​ການ​ປະ​ມຸນ​ລາຄາສິດ​ນຳ​ໃຊ້​ທີ່​ດິນ, ກຳນົດ​ລາຄາ​ທີ່​ດິນຕາມ​ຫຼັກການ​ການ​ຕະຫຼາດ​ໂດຍ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ”

        ​ເວລາ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ເລີ່​ມ​ແຕ່​ວັນ​ທີ 1/2/2013 ​ແລະ ສິ້ນ​ສຸດ​ໃນ​ວັນ​ທີ 31/3/2013.

ຂ່າວ/ບົດ​ອື່ນ