ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ

(VOVWORLD) -ໃນຂອບເຂດການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 29 ພະຈິກ - 02 ທັນວາ ຂອງທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງເຈລະຈາກັບລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ - ảnh 1(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ

ເຈລະຈາກັບລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ)

ຕອນເຊົ້າວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho. ທີ່ການເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ; ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        2 ຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນຄື: ສະຫະປະຊາຊາດ, ກອງປະຊຸມບໍ່ຮ່ວມກຸ່ມ… ເພີ່ມທະວີການແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄືບັນຫາຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ແຫຼມເກົາຫຼີ. ກ່ຽວກັບບັນຫາແຫຼມເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນແຫຼມເກົາຫຼີ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງໃນວິວັດທະນາການເຈລະຈາລະຫວ່າງສປປ.ເກົາຫຼີ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ