ຮອງປະທານປະເທດມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍຢູ່ແຂວງ ຮ່ານາມ

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7), ​ໃນ​ວັນ​ທີ 22 ​ແລະ 23/7, ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan  ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ແຂວງ ຮ່ານາມ.

ທ່ານ​ນາງຮອງ​ປະທານ​ປະ​ເທດ ​ໄດ້​ໄປ​ຢ້ຽມຢາມ​ສູນ​ປິ່ນປົວພະຍາດ ​ແລະ ບຳລຸງ​ສຸ​ຂະພາບທະຫານ​ເສຍ​ອົງຄະ ​ແລະ ທະຫານ​ເຈ​ບປ່ວຍ 3 ​ແຫ່ງ ຢູ່​​ໃນແຂວງ ​ຄື: ສູນ​ປິ່ນປົວພະຍາດ ​ແລະ ບຳລຸງ​ສຸ​ຂະພາບທະຫານ​ເສຍ​ອົງຄະ Duy Tien, Liem Can (​ເມືອງ Thanh Liem), Ba Sao (​ເມືອງ Kim Bang), ມອບ​ເງິນ​ໃຫ້​ແຕ່​ລະ​ສູນ  3 ລ້ານ​ດົ່ງ ​ແລະ ​ທະຫານ​ເສຍ​ອົງຄະ ​ແລະ ທະຫານ​ເຈ​ບປ່ວຍເກືອບ 200 ຄົນ​ ທີ່​ພວມ​ປິ່ນປົວ​ພະຍາດ​ຢູ່​ ທັງ 3 ສູນ​ດັ່ງກ່າວ ຜູ້​ລະ 1 ລ້ານ​ດົ່ງ. ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan  ກໍ່​ໄດ້​ມອບ​ຂອງຂວັນ​ກວ່າ 110 ພຸດ, ​ແຕ່​ລະ​ພຸດ​ມີ​ມູນ​ຄ່າ 1 ລ້ານ​ດົ່ງ​ໃຫ້​ແກ່ 110 ກວ່າ​ຄອບຄົວ​ທະຫານ​ເສຍອົງຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຄອບຄົວ​ນະ​ໂຍບາຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ແມ່​ຫວຽດນາມ​ວິລະ​ຊົນ​ຢູ່ຕາ​ແສງ​ຕ່າງໆ​

ຂ່າວ/ບົດ​ອື່ນ