ຮອງລັດຖະມົນຕີ Nguyen Chi Vinh ຕ້ອນຮັບຄະນະຜູ້ແທນສະພາຕຳ່ ອາເມລິກາ

ຮອງລັດຖະມົນຕີ Nguyen Chi Vinh ຕ້ອນຮັບຄະນະຜູ້ແທນສະພາຕຳ່ ອາເມລິກາ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 9/8, ຢູ່ ຮ່າ​ໂນ້ຍ, ທ່ານ​ພົນ​ໂທ Nguyen Chi Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດຫວຽດນາມ ​​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຊິກ​ສະພາ​ຕຳ່ ສັງກັດ​ກຳມາ​ທິການ​ກຳລັງ​ທະຫານ​ສະພາ​ຕ​ຳ່ ອາ​ເມ​ລິ​ກາ ​ໂດຍທ່ານ​ສະມາຊິກ​ສຳ​ພາ​ຕຳ່ Joe Wlison, ປະທານ​ອະນຸ​ກຳມະການ​ບຸກຄະລາ​ກອນ​ເປັນ​ຫົວໜ້າ​ຄະນະ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ​ໃນ​​ໄລຍະ​ຜ່ານ​ມາ, ການ​ພົວພັນ​ທາງ​ດ້ານ​ປ້ອງ​ກັນ​ຊາດ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ມີ​ບາດກ້າວ​ພັດທະນາ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ແລກປ່ຽນ​ຄະນະຜູ້​ແທນ, ບຳລຸງ​ສ້າງ, ​ເສນາ​ລັກ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ. ທ່ານ​ພົນ​ໂທ Nguyen Chi Vinh ​ເຊື່ອ​ໝັ້ນ​ວ່າການ​ຢ້ຽ​ມຢາມ​ຂອງ​ທ່ານ​ສະມາຊິກ​ສະພາ​ຕຳ່ Joe Wlison ຈະ​​ເປັນການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ສ່ວນ​ທ່ານ​ສະມາຊິກ​ສະພາ​ຕຳ່ Joe Wlison ຫວັງ​ວ່າ: ບັນດາ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້​ອນຫຼັງ​ຈາກ​ສົງຄາມ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ 2 ປະ​ເທດ ​ແລະ ຢັ້ງຢືນ​ວ່າ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ.

ຂ່າວ/ບົດ​ອື່ນ