ຮ່າຮູຍເຕິບ-ນັກຮົບກອມມູນິດຜູ້ອົງອາດຂອງພັກກອມມູນິດຫວຽດນາມ

 ຮ່າຮູຍເຕິບ-ນັກຮົບກອມມູນິດຜູ້ອົງອາດຂອງພັກກອມມູນິດຫວຽດນາມ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ເລຂາທິການ​ໃຫຍ່
ຮ່າ​ຮູ​ຍ​ເຕິ​ບ ກັບ​ວຽກ​ງານ​ກໍ່ສ້າງ​ພັກ
(ພາບ: TTXVN)

(vovworld) - ສະ​ເຫຼີ​ມສະຫຼອງ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຮ່າ​ຮູ​ຍ​ເຕິ​ບ (24/04/1906-24/04/2016), ຕອນ​ເຊົ້າ​ວັນ​ທີ 12/4, ຢູ່​ນະຄອນ ຮ່າ​ຕິ້ງ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ: “ເລຂາທິການ​ໃຫຍ່ ຮ່າ​ຮູ​ຍ​ເຕິ​ບ ກັບ​ວຽກ​ງານ​ກໍ່ສ້າງ​ພັກ“. ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ໂອກາດ​ເພື່ອ​ຢືນຢັນ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ທ່ານ ເລຂາທິການ​ໃຫຍ່ ຮ່າ​ຮູ​ຍ​ເຕິ​ບ ຕໍ່ການ​ປະຕິວັດ​ ຫວຽດນາມ, ພິ​ເສດ​ແມ່ນ​ການ​ປະກອບສ່ວນ​ຂອງ​ທ່ານ​​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ກອມ​ມູນິດ ຫວຽດນາມ. ຈາກ​ນັ້ນ​ຖອດ​ຖອນ​ບັນດາ​ບົດຮຽນ​ໃນ​ວຽກ​ງານ​ຊີ້​ນຳ​ນຳພາ ​ແລະ ກໍ່ສ້າງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ, ສະມາຊິກ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ສູ້​ຮົບ​ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ. ຮອງ​ສາ​ສະກາ​ຈານ - ດຣ.ເລກ​ວົກລີ໋, ຮອງ​ຫົວໜ້າ​ອຳນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ຢືນຢັນ​ວ່າ:

        “ຮ່າ​ຮູ​ຍ​ເຕິ​ບ ​ແມ່ນ​ໜຶ່ງ​ໃນ​ບັນດາ​ນັກ​ຮົບ​ກອມ​ມູນິດ​ລຸ້ນກ່ອນ​ທີ່​ດີ​ເດັ່ນ, ​ແມ່ນ​ເລຂາທິການ​ໃຫຍ່​ຜູ້​ອົງອາດ, ພິລະ​ອາດ​ຫານ​ຂອງ​ພັກ, ທີ່​ໄດ້​ສູ້​ຊົນ, ​ເສຍສະຫຼະ​ຊີວິດ​ເພື່ອ​ອຸດົມ​ຄະຕິປະຕິວັດ, ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ຊາດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ​ເຖິງ​ວ່າ​ໄດ້​ລ່ວງ​ລັບ​ໄປ​ແລ້ວ​ກໍ່ຕາມ, ​ແຕ່​ທັດສະນະ​ຂອງ​ທ່ານ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ຍັງ​ຄົງ​ມີ​ຄຸນຄ່າ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ຈົນເຖິງ​ປະຈຸ​ບັນ​ຢູ່“.

ຂ່າວ/ບົດ​ອື່ນ