ເບິ່ງແຍງດູແລໃຫ້ບັນດາເປົ້າໝາຍນະໂຍບາຍ,ຄອບຄົວທຸກຍາກໃນຍາມບຸນເຕັດ

ເບິ່ງແຍງດູແລໃຫ້ບັນດາເປົ້າໝາຍນະໂຍບາຍ,ຄອບຄົວທຸກຍາກໃນຍາມບຸນເຕັດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 13/1, ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກຢູ່​ຕາ​ແສງ ຢາ​ຟູ (ເມືອງ​ບ໋າວ​ຖັງ) ແລະ ຕາ​ແສງ ບ້ານ​ຄວາງ (ເມືອງ​ຊາ​ປາ) ແຂວງ​ລາວ​ກາຍ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຢື້​ຢາມ​ຖາມ​ຂ່າ​ວ, ມອບ​ຂອງ​ຂວັນ​ໃຫ້ 80 ຄອບ​ຄົວ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ​ຢູ່​ທີ່ນີ້.  ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຊົມ​ເຊີຍ​ອຳ​ນາດ​ການ​ປົກ​ຄອງ​​ທ້ອງ​ຖິ່ນທຸກ​ຂັ້ນ​ໄດ້​ເອົາ​ໃຈ​ໃສ​່​ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດໃຫ້​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທ​ຸກ​ຍາກ, ​ໃນ​ຍາມ​ບຸນ​ເຕັດຮັບ​ປະ​ກັນໃຫ້ ​ທຸກໆຄອບ​ຄົວ​ຕ່າງໆ​ກໍ່​ໄດ້​ຮັບ​ບຸນ​ເຕັດຢ່າງ​ເບິກ​ບານ​ມ່ວນ​ຊື່ນ, ປອດ​ໄພ ແລະ ປະ​ຢັດ.


ຂ່າວ/ບົດ​ອື່ນ