ເປີດກອງປະຊຸມ ຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ວັນທີ 11 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ເປີດກອງປະຊຸມ ຄັ້ງທີ 12 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ
ເປີດກອງປະຊຸມ ຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1 ເປີດກອງປະຊຸມ ຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດ

ກ່າວເປີດກອງປະຊຸມ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ລາຍງານບາງເນື້ອໃນການເຮັດວຽກຕົ້ນຕໍຂອງກອງປະຊຸມຄັ້ງນີ້. ລາຍລະອຽດຄື: ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຈະສະຫຼຸບໆາກຜົນກອງປະຊຸມສະໄໝສາມັນ ເທື່ອທີ 3, ສະພາແຫ່ງຊາດ ຊຸດທີ XIV, ໃຫ້ຄຳເຫັນເບື່ອງຕົ້ນກ່ຽວກັບວຽກງານກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 4, ສະພາແຫ່ງຊາດ ຊຸດທີ XIV, ຈະຈັດຂຶ້ນໃນເດືອນ ຕຸລາ ທີ່ຈະມາເຖິງ; ໃຫ້ຄຳເຫັນເຂົ້າໃນວຽກງານການອະນຸມັດອະນຸສັນຍາ 7 ກ່ຽວກັບລະບົບການຜ່ານແດນພາສີ ທີ່ນອນໃນສັນຍາແມ່ ອາຊຽນ ວ່າດ້ວຍການສ້າງເງື່ອນໄຂສະດວກໃຫ້ສິນຄ້າຜ່ານແດນ; ດັດປັບເປົ້າໝາຍການນຳໃຊ້ທຶນພັນທະບັດສຳຮອງຂອງລັດຖະບານ ໄລຍະ 2012-2015 ຂອງລາຍການກໍ່ສ້າງໂຮງຮຽນຖາວອນ. ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ໃຫ້ຮູ້ວ່າ ຄະນະປະຈຳສະພາແຫ່ງຊາດ ເປັນເອກະພາບຕໍ່ເວລາເປີດກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ໃນວັນທີ 10 ຂອງທຸກເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ