ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ຈູດທູບທຽນອາໄລຫາບັນດາອະດີດການນຳພັກ, ລັດ

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາອະດີດການນຳພັກ, ລັດ, ລັດຖະບານ, ທີ່ມີຕໍ່ພາລະກິດການປະຕິວັດຂອງພັກ, ຂອງຊາດ.
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ ຈູດທູບທຽນອາໄລຫາບັນດາອະດີດການນຳພັກ, ລັດ - ảnh 1ທ່ານ ຫງວຽນຟູ໋ຈ້ອງ ຈູດທູບທຽນບັນດາອະດີດການນຳພັກ, ລັດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2018) ແລະ ຕ້ອນຮັບບຸນປີໃໝ່ປະຈຳຊາດປີຈໍ 2018, ໃນວັນທີ 30 – 31 ມັງກອນ 2018, ຢູ່ນະຄອນ ໂຮ່ຈີມິນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຈູດທູບທຽນອາໄລຫາ: ອະດີດເລຂາທິການໃຫຍ່ ຫງວຽນວັນລີງ; ອະດີດປະທານສະພາແຫ່ງລັດ ຫວໍຈີ໋ກົງ; ນາຍົກລັດຖະມົນຕີ ຫວໍວັນກຽດ; ອະດີດເລຂາຄະນະພັກນະຄອນ ໂຮ່ຈີມິນ ຫວໍເຈີ່ນຈີ໋; ອະດີດນັກວິລະຊົນແຮງງານ, ທ່ານໝໍປະຊາຊົນ, ສາດສະດາຈານ, ປອ ຫງວຽນທ້ຽນແທ່ງ, ຢູ່ເຮືອນສ່ວນຕົວ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາອະດີດການນຳພັກ, ລັດ, ລັດຖະບານ, ທີ່ມີຕໍ່ພາລະກິດການປະຕິວັດຂອງພັກ, ຂອງຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາຖະໜາວ່າ ຍາດຕິພີ່ນ້ອງຂອງຄອບຄົວບັນດາອະດີດການນຳພັກ, ລັດ ແລະ ນະຄອນ ສືບຕໍ່ເສີມຂະຫຍາຍມູນເຊື້ອຄອບຄົວ, ບ້ານເກີດເມືອງນອນ, ມານະພະຍາຍາມສູ້ຊົນໃນການຮ່ຳຮຽນ, ປະຕິບັດງານຢ່າງບໍ່ຢຸດຢັ້ງ, ເປັນແບບຢ່າງໃນການດຳລົງຊີວິດ, ສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ບາງຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ