ເລີ່ມດຳເນີນຮອບເຈລະຈາໃໝ່ກ່ຽວກັບການຢຸດຍິງຢູ່ເຂດ ກາຊາ

(VOVWORLD) - ທຳນຽບຂາວໄດ້ຮຽກຮ້ອງໃຫ້ທຸກຝ່າຍເຂົ້າຮ່ວມການເຈລະຈາຢູ່ Doha ຕ້ອງບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ
ເລີ່ມດຳເນີນຮອບເຈລະຈາໃໝ່ກ່ຽວກັບການຢຸດຍິງຢູ່ເຂດ ກາຊາ - ảnh 1(ພາບປະກອບ: Getty Images/TTXVN)

        ຮອບເຈລະຈາໃໝ່ທີ່ແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢູ່ນະຄອນຫຼວງ Doha ຂອງ ກາຕາ, ໃນຕອນບ່າຍວັນທີ 15 ສິງຫາ (ຕາມເວລາທ້ອງຖິ່ນ). ຄະນະຜູ້ແທນຂອງ ອິດສະຣາແອັນ ລວມມີທ່ານຫົວໜ້າອົງການສືບລາຊະການລັບ ອິດສະຣາແອັນ David Barnea, ທ່ານຫົວໜ້າອົງການຄວາມໝັ້ນຄົງພາຍໃນ ອິດສະຣາແອັນ Ronen Bar ແລະ ເຈົ້າໜ້າທີ່ຮັບຜິດຊອບການປ່ອຍຕົວບັນດາຕົວປະກັນ ທ່ານ Nitzan Alon. ທ່ານຫົວໜ້າອົງການສືບລາຊະການລັບສູນກາງ ອາເມລິກາ (CIA) William Burns ແລະ ທ່ານທູດພິເສດຂອງ ອາເມລິກາ ກ່ຽວກັບຕາເວັນອອກກາງ Brett McGurk ເປັນຜູ້ຕາງໜ້າໃຫ້ ວໍຊິງຕັນ ໃນຮອບເຈລະຈານີ້.

        ຈາກ ວໍຊິງຕັນ, ວັນທີ 15 ສິງຫາ, ທຳນຽບຂາວໄດ້ຮຽກຮ້ອງໃຫ້ທຸກຝ່າຍເຂົ້າຮ່ວມການເຈລະຈາຢູ່ Doha ຕ້ອງບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ, ພ້ອມທັງຮຽກຮ້ອງໃຫ້ ອິດສະຣາແອັນ ແລະ ຮາມາດສ ຕ້ອງມີການຜ່ອນຜັນເພື່ອບັນລຸໄດ້ເປົ້າໝາຍຄືດັ່ງກ່າວ. ສານຂອງ ອາເມລິກາ ເນັ້ນໜັກວ່າ, ຍັງອາດສາມາດບັນລຸໄດ້ບາດກ້າວຄືບໜ້າໃນຮອບເຈລະຈາໃນຊຸມມື້ຈະມາເຖິງ.

        ກ່ອນໜ້ານັ້ນ, ວັນທີ 14 ສິງຫາ, ຂະບວນການ ອິດສະລາມ ຮາມາດສ ຖະແຫຼງວ່າ ບໍ່ເຂົ້າຮ່ວມຮອບເຈລະຈາໃໝ່ດັ່ງກ່າວ ຍ້ອນສາຍເຫດວ່າ ອິດສະຣາແອັນ  ພວມໂຈະບັນດາຄວາມມານະພະຍາຍາມເພື່ອບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ