ເລີ່ມລົງມືກໍ່ສ້າງຕະຫລາດຊາຍແດນແບບຢ່າງ ຫວຽດນາມ - ກຳ ປູເຈຍ

(VOVWORLD) - ວັນທີ 16 ມັງກອນ ທີ່ຕາແສງ Da ເມືອງ Memot ແຂວງ Tbaung Khmum, ກຳປູເຈຍ ຕິດກັບດ່ານຊາຍແດນ ຈ່າງຣຽກ ແຂວງ ໄຕນິງ
ເລີ່ມລົງມືກໍ່ສ້າງຕະຫລາດຊາຍແດນແບບຢ່າງ ຫວຽດນາມ - ກຳ ປູເຈຍ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີ

ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບກະຊວງການຄ້າ ກຳປູເຈຍ ຈັດຕັ້ງພິທີວາງສີລາລືກ ແລະ ເລີ່ມລົງມືກໍ່ສ້າງຕະຫລາດຊາຍແດນແບບຢ່າງ ກຳປູເຈຍ - ຫວຽດນາມ. ຕະຫລາດໄດ້ຮັບການກໍ່ສ້າງບົນເນື້ອທີ່ເກືອບ 2 ເຮັກຕາ, ໄດ້ຮັບການຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ, ດ້ວຍຈຳນວນທຶນປະມານກ່ວາ 2 ລ້ານ USD. ນີ້ແມ່ນແຜນນະໂຍບາຍຂອງລັດຖະບານ ຫວຽດນາມ ແລະ ກ ຳປູເຈຍ ແນໃສ່ຊຸກຍູ້ການພົວພັນແລກປ່ຽນເສດຖະກິດ, ການຄ້າ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງ ເນັ້ນໜັກວ່າ: ນີ້ແມ່ນກິດຈະກຳທົດລອງທຳອິດ ແນໃສ່ສ້າງປະຖົມປັດໄຈ, ກຳລັງໜູນພັດທະນາລະບົບຕະຫລາດຊາຍແດນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ