ເສດ​ຖະ​ກິດ​ພື້​ນ​ຖານ​ດີ​ຈີ​ຕອນ​ຈະ​ນຳ​ເອົາ​ທ່າ​ໄດ້​ປຽບ​ຫຼ​າຍ​ຢ່າງ​ມາໃຫ້​​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການໂອ້ລົມສົນທະນາກ່ຽວກັບ “ບົດບາດຂອງເສດຖະກິດພື້ນຖານດີຈີຕອນສຳລັບອະນາຄົດຂອງ ເສດຖະກິດ ຫວຽດນາມ”.
ເສດ​ຖະ​ກິດ​ພື້​ນ​ຖານ​ດີ​ຈີ​ຕອນ​ຈະ​ນຳ​ເອົາ​ທ່າ​ໄດ້​ປຽບ​ຫຼ​າຍ​ຢ່າງ​ມາໃຫ້​​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ພາບປະກອບ 

ບັນດານັກຊ່ຽວຊານເຂົ້າຮ່ວມການໂອ້ລົມສົນທະນາ ຖືວ່າ: ຢູ່ ຫວຽດນາມ, ເສດຖະກິດພື້ນຖານດີຈີຕອນພວມກາຍເປັນໜຶ່ງໃນບັນດາພາກສ່ວນຕົ້ນຕໍ, ຊ່ວຍໃຫ້ກຳລັງແຮງງານສາມາດຊອກຫາວຽກເຮັດງານທຳໄດ້ຢ່າງງ່າຍດາຍກ່ວາ, ນຳມາເຊິ່ງຫຼາຍຄຸນຄ່າໃຫ້ແກ່ພື້ນຖານເສດຖະກິດໃນອະນາຄົດ ແລະ ອາດຈະບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ. ທ່ານ ສາດສະດາຈານ, ປະລິນຍາເອກທາງດ້ານ ວິທະຍາສາດ ໂຮ່ຕູ໊ບ໋າວ - ຫົວໜ້າ ຫ້ອງທົດລອງວິທະຍາສາດຂໍ້ມູນຂອງ ສະຖານບັນຄົ້ນຄ້ວາຂັ້ນສູງກ່ຽວກັບຄະນິດສາດຖືວ່າ:

ຢູ່ ຫວຽດນາມ, ແຕ່ລະອົງການຕ້ອງຊອກຫາວິທີການເຮັດວຽກຂອງຕົນ, ປ່ຽນແປງວິທີການເຮັດວຽກຂອງຕົນເມື່ອທຸກສິ່ງທຸກຢ່າງຫັນເປັນດີຈີຕອນ ຫຼື ເມືອສິ່ງແວດລ້ອມຂອງ ເຕັກໂນໂລຢີມີການປ່ຽນແປງ ນັ້ນ ເຮົາຕ້ອງປ່ຽນແປງການເຮັດວຽກໃນຮູບແບບເກົ່າ, ຫຼືສ້າງຮູບແບບການເຮັດວຽກໃໝ່. ປັດຈຸບັນ, ແຜນຮ່າງຂອງ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ພວມຍູ້ແຮງການສ້າງພື້ນຖານໃນແຕ່ລະຂົງເຂດຄື: ກະສິກຳ, ການເງິນ, ສາທາລະນະສຸກ, ການສຶກສາ…

ປີ 2019 ເສດຖະກິດດີຈີຕອນ ຢູ່ ຫວຽດນາມ ໄດ້ປະກອບສ່ວນ 5% ເຂົ້າ GDP . ພາຍຫຼັງ 5 ປີ ແຫ່ງການພັດທະນາ, ມູນຄ່າພື້ນຖານເສດຖະກິດດີຈີຕອນ ຢູ່ ຫວຽດນາມໄດ້ເພີ່ມຂຶ້ນທົບ 4 ເທົ່າ, ຄາດວ່າ ອາດຈະບັນລຸໄດ້ເປົ້າໝາຍ 13 ຕື້ USD ໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ