ເສດຖະກິດຫວຽດນາມພັດທະນາຕັ້ງໜ້າ,ສະພາບແວດລ້ອມການລົງທຶນດູດດຶມທີ່ສຸດ

ເສດຖະກິດຫວຽດນາມພັດທະນາຕັ້ງໜ້າ,ສະພາບແວດລ້ອມການລົງທຶນດູດດຶມທີ່ສຸດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/04 ຢູ່​ນະຄອນຫລວງ Brussels ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ​ແບນ​ຊິກ - ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ເສດຖະກິດ​ໂລກ​ຮອບດ້ານ ​ແລະ ທີ່​ຕັ້ງ​ພູມີ​ປະ​ເທດ​ການ​ເມືອງ, ​ໃນ​ນັ້ນ ​ເນັ້ນ​ໜັກ​ເປັນພິ​ເສດ​ເຖິງ​ການ​ພັດທະນາ​ຕັ້ງໜ້າ​ຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ. ທີ່​ກອງ​ປະຊຸມ​ສຳມະ​ນາ, ນັກບັນ​ລະ​ຍາຍ Nabil Jkjakli ຊ່ຽວຊານ​ເສດຖະກິດ​ຂຶ້ນ​ກັບ​ກຸ່ມ​ບໍລິສັດ​ປະກັນ​ໄພ CREDENDO ຢືນຢັນ​ວ່າ ການ​ເຕີບ​ໂຕ​ເສດຖະກິດ​ຂອງ ຫວຽດນາມ ສູງ​ກ່ວາ 6% ​ແມ່ນຄວາມ​ໄຝ່ຝັນຂອງ​ບັນດາ​ປະ​ເທດຝ່າຍທິດຕາ​ເວັນ​ຕົກ. ບັນດາ​ທ່າ​ແຮງ​ ຕົ້ນຕໍ​ໄດ້​ຊ່ວຍ​ເສດຖະກິດ ຫວຽດນາມ ພັດທະນາ​ ນັ້ນແມ​່ນທີ່​ຕັ້ງພູມີປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ຂະຫຍັນ​ຂັນ​ເຄື່ອນ. ນີ້​ແມ່ນ​ບັນດາ​ປັດ​ໃຈ​ຊຸກຍູ້​ອຸດ​ສາ​ຫະກຳ​ພັດທະນາ ພິ​ເສດ​ແມ່ນ​ຂະ​ແໜງ​ອຸດສາຫະກຳປະດິດ​ສ້າງ. ​​ໜຶ່ງ​ໃນ​ບັນດາ​ໂອກາດ​ທີ່​ດີ ​ເພື່ອດຶງ​ດູ​ດບັນດາ​ນັກ​ລົງທຶນ​ຈາກ ​ເອີ​ລົບ ​ເຂົ້າ ຫວຽດນາມ. ຕາມ​ທ່ານ Nabil Jkjakli ​ແລ້ວ ກໍ່​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ສະຫະພາບ ​ເອີ​ລົບ - ຫວຽດນາມ ​ໄດ້ຊ່ວຍລົບ​ລ້າງ​ຮົ້ວ​ກີດຂວາງກ່ຽວ​ກັບ​ພາສີ, ໜູນ​ຊ່ວຍ​ບັນດາ​ນັກລົງທຶນ 2 ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫລາຍ​ກ່ວາ, ພ້ອມ​ທັງ ກໍ່ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມືພິ​ເສດ​ລະຫວ່າງ ອີ​ຢູ ​ແລະ ຫວຽດນາມ. ພ້ອມ​ກັນນັ້ນ, ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໄດ້​ລົງ​ນາມ ຈະ​ເຊື່ອມ​ຕໍ່​ບັນດາ​ຂົງ​ເຂດ​ເສດ​ຖະກິດ, ນອກຈາກ ອາ​ເມ​ລິກາ ​ແລ​ະ ​ເອີ​ລົບ, ສ້າງກຳລັງ​ໜູນ​ພັດທະນາ​ເສດຖະກິດ​ໃນ​ໂລກ ​ໃນ​ນັ້ນ​ມີ ຫວຽດນາມ.

ຂ່າວ/ບົດ​ອື່ນ