ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ອາເມລິກາ ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ໃນຫລາຍຂົງເຂດ

(VOVWORLD) -  ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ (ACW) ໃນປີ 2020. 

ນະທີ່ນີ້, ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ໄດ້ຊົມເຊີຍ ຫວຽດນາມ ປະສົບຜົນສຳເລັດໃນການຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ໃນການຊຸກຍູ້ບັນດາຂໍ້ລິເລີ່ມ, ຄວາມມານະພະຍາຍາມຮ່ວມໃນການແກ້ໄຂບັນດາບັນຫາສາກົນ, ພາກພື້ນ, ພິເສດແມ່ນຮັບມືຕໍ່ການລະບາດຂອງໂລກລະບາດ Covid-19.

ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ອາເມລິກາ ຕີລາຄາສູງບົດບາດເປັນປະທານ ອາຊຽນ ຂອງ ຫວຽດນາມ ໃນຫລາຍຂົງເຂດ - ảnh 1 ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ (ACW) ໃນປີ 2020

        ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ແລະ ບັນດາເອກອັກຄະລັດຖະທູດ ອາຊຽນ ໄດ້ແລກປ່ຽນບັນດາຂໍ້ມູນກະກຽມໃຫ້ແກ່ກອງປະຊຸມຂັ້ນສູງພິເສດ ອາເມລິກາ - ອາຊຽນ ຢູ່ Las Vegas ເຊິ່ງຈະດຳເນີນໃນກາງເດືອນ ມີນາ ແລະ ສະເໜີຝ່າຍ ລາວ, ຊື່ງແມ່ນປະເທດປະສານງານກ່ຽວກັບການພົວພັນ ອາຊຽນ - ອາເມລິກາ ສືບຕໍ່ຮັກສາກົນໄກຂໍ້ມູນຂ່າວສານກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນກ່ຽວກັບພິທີການ, ພາລະທິການ ແລະ ເນື້ອໃນເຂົ້າຮ່ວມຂອງບັນດາຄະນະຜູ້ແທນໃຫ້ລອບຄອບຖີ່ຖ້ວນ.

        ເນື່ອງໃນໂອກາດນີ້, ຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ ວໍຊິງຕັນ ໄດ້ເຮັດວຽກກັບບັນດາການນຳຂອງກະຊວງການຄ້າ ອາເມລິກາ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ