ແຂວງ ກວາງຈີ້ ແລະ ແຂວງສະຫວັນນະເຂດ ຮ່ວມມືພັດທະນາໃນຫຼາຍຂົງເຂດ

ແຂວງ ກວາງຈີ້ ແລະ ແຂວງສະຫວັນນະເຂດ ຮ່ວມມືພັດທະນາໃນຫຼາຍຂົງເຂດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 11/8, ຢູ່​ນະຄອນ ດົງ​ຮ່າ​, ​ແຂວງ ກວາງ​ຈີ້ ​ແລະ ​ແຂວງ ສະຫວັນ​ນະ​ເຂດ ​ໄດ້​ຈັດ​ຕັ້ງ​ການ​ສົນທະນາ​ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ 2 ​ແຂວງ​ໄລ​ຍະ 2014 – 2016. ທີ່​ການ​ສົນທະນາ, ການ​ນຳ 2 ​ແຂວງ​ຕີ​ລາຄາ​ເລື່ອງ​ປະຕິບັດ​ເອກະສາ​ນຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ 2 ​ແຂວງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​​ເມື່ອວັນ​ທີ 19/7/2011 ຢູ່​ນະຄອນ ດົງ​ຮ່າ, ​ແຂວງ ກວາງ​ຈີ້ ​ແລະ ​ເອກະສານ​ຕີ​ລາຄາ​ເລື່ອງ​ປະຕິບັດ​ເອກະສານ​ຕົກລົງ​ຮ່ວມ​ມື​ທີ່ເຊັນກັນ​ເມື່ອວັນ​ທີ 6/8/2012 ຢູ່​ແຂວງ​ສະຫວັນ​ນະ​ເຂດ. ຄະນະ​ຜູ້​ແທນ​ຂັ້ນ​ສູງ 2 ​ແຂວງ​ກໍ່​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ທັງ 2 ຝ່າ​ຍຕ່າງ​ມີ​ຄວາມ​ສົນ​​ໃຈ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2014 – 2016. 2 ຝ່າຍ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ພະ​ແນ​ກ, ຄະນະ, ຂະ​ແໜງ​ການ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ແຂວງ, ​ເມືອງ ທີ່​ຕິດ​ກັບ​ຊາຍ​ແດນ​ ​ແລະ ບັນດາ​ວິ​ສາ​ຫະກິດ​ພົບ​ປະ​ແລກປ່ຽນ​ບົດຮຽນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ສົມທົບ​ກັນ​ຄົ້ນ​ຄ້ວາ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ, ວິທະຍາສາດ​ຂອງ​ແຕ່ລະ​ແຂ​ວງ​ເພື່ອ​ສະ​ເໜີ​ກົນ​ໄກ, ​ແຜນການ​ຮ່ວມ​ມື. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອຜັນ​ຂະຫຍາຍ​ເນື້ອ​ໃນ “ຖະ​ແຫຼ​ງການ​ຮ່ວມ” ​ແລະ “ຖະ​ແຫຼ​ງການ​ສະຫວັນ​ນະ​ເຂດ” ຂອງ​ກອງ​ປະຊຸມ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ການ​ພັດທະນາ​ແລວ​ເສ​ດຖະກິດ ຕາ​ເວັນ​ອອກ - ຕາ​ເວັນ​ຕົກ ຄັ້ງ​ທີ 2, ​ເມື່ອ​ວັນ​ທີ 16/5/2013 ຢູ່​ສະຫວັນ​ນະ​ເຂດ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກ​ະສັນ​​ເພີ່ມ​ທະວີ​ການ​ແລດ​ປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ ​ແລະ ສົມທົບ​ກັນປະຕິບັດ​ງານ​ລະ​ຫວ່າງບັນດາ​ອົງການ​ທະຫານ, ຕຳຫຼວດ, ປ້ອງ​ກັນຊາ​ຍ​ແດນ ​ແລະ ພະ​ແນ​ກພົວພັນ​ຕ່າງ​ປະ​ເທດ​ລະຫວ່າງ 2 ​ແຂວງ​ກ່ວາ​ອີກ. ພາຍຫຼັງ​ການ​ສົນທະນາ, ຜູ້ຕາງໜ້າ​ການ​ນຳ 2 ​ແຂວງ ​ໄດ້​​ເຊັນ​ຂໍ້​ຕົກລົງ​ໄລຍະ 2014 – 2016.

 

ຂ່າວ/ບົດ​ອື່ນ