ແຂວງກວາງບິ່ງ ແລະ ສະຫວັນນະເຂດ ເຈລະຈາ, ແລກປ່ຽໜສະພາບການຮ່ວມມື

ແຂວງກວາງບິ່ງ ແລະ ສະຫວັນນະເຂດ ເຈລະຈາ, ແລກປ່ຽໜສະພາບການຮ່ວມມື - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 05 ສິງຫາ, ຢູ່​ນະຄອນ​ດົ່ງ​ເຮືຍ, ​ແຂວງ​ກວາງ​ບິ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ 2 ​ແຂວງ​ກວາງ​ບິ່ງ ​ແລະ ສະຫວັນ​ນະ​ເຂດ ​ໄດ້​ມີ​ການ​ເຈລະຈາ, ​ແລ​ກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳປີ 2012. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ບາງ​ສະພາບ​ການ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ ​ແລະ ຕີ​ລາຄາ​ການ​ປະຕິບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ເຊິ່ງ 2 ​ແຂວງ​ໄດ້​ລົງ​ນາມ​ໃນ​ປີ 2012. ທ່ານ ​ເລືອງງອກ​ບິ໋ງ, ​ເລຂາ​ຄະນະ​ພັກ​ແຂວງ​ກວາງ​ບິ່ງ ​ໄດ້​ສະ​ເໜີ​ໃຫ້ 2 ​ແຂວງຕ້ອງ​ຍູ້​ແຮງ​ການ​ໂຄສະນາ​ກ່ຽວ​ກັບ​ມູນ​ເຊື້ອ​ມິດ​ຕະພາບ​ຖານ​ອ້າຍ​ນ້ອງ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ຊາດ, 2 ພັກ, 2 ລັດ ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ແຂວງກວາງ​ບິ່ງ - ສະຫວັນ​ນະ​ເຂດ ​ເວົ້າ​ສະ​ເພາະ; ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ພັກ, ອຳນາດ​ການ​ປົກຄອງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ 2 ​ແຂວງຮໍ່າຮຽນ, ​ແລກປ່ຽນ​ບົດຮຽນ; ສົ່ງ​ເສີມ ​ແລະ ໜູນ​ຊ່ວຍ​ບັນດາ​ເມືອງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ ຮ່ວມ​ມື​ຊ່ວຍ​ເຫຼືອ​​​ເພື່ອພ້ອມ​ກັນ​ພັດທະນາ.
ຂ່າວ/ບົດ​ອື່ນ