ແຂວງບັ໊ກຢາງຊຸກຍູ້ການທ່ອງທ່ຽວຢູ່ພາຍໃນປະເທດ

(VOVWORLD) -ແຂວງ ບັ໊ກຢາງ ໄດ້ຈັດພິທີໄຂລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”.

ແຂວງບັ໊ກຢາງຊຸກຍູ້ການທ່ອງທ່ຽວຢູ່ພາຍໃນປະເທດ - ảnh 1 ພິທີໄຂລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”

(ພາບ: TTXVN)

ວັນທີ 14 ມິຖຸນາ, ຢູ່ເຂດທ່ອງທ່ຽວຊີວະພາບ ຊ໊ວຍເມີ້, ເມືອງ ລູກນາມ, ຄະນະຊີ້ນຳພັດທະນາການທ່ອງທ່ຽວແຂວງ ບັ໊ກຢາງ ໄດ້ຈັດພິທີໄຂລາຍການ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”.

        ລາຍການແມ່ນເພື່ອແນະນຳໃຫ້ບັນດາວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວ ແລະ ນັກທ່ອງທ່ຽວກ່ຽວກັບບັນດາເຂດ, ສະຖານທີ່ທ່ອງທ່ຽວຢູ່ບັ໊ກຢາງ; ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ບັນດາຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ; ບັນດາທິວທັດທຳມະຊາດທີ່ມີຊື່ສຽງຢູ່ໃນແຂວງ. ບັນດາວິສາຫະກິດ, ຮາກຖານດຳເນີນການບໍລິການທ່ອງທ່ຽວຢູ່ແຂວງ ບັ໊ກຢາງ ໄດ້ລົງນາມບັນດາລາຍການຊຸກຍູ້ການທ່ອງທ່ຽວ, ພານັກທ່ອງທ່ຽວມາຢ້ຽມຢາມດ້ວຍບັນດາເນື້ອໃນແທດຈິງລະອຽດຄື: ມີໂປຼໂມຊັ່ນ, ຫຼຸດລາຄາການບໍລິການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ