ແນວໂຮມປະເທດຊາດຮ່ວມເດີນທາງພ້ອມກັບສື່ມວນຊົນໃນການ ຕ້ານສໍ້ລາດບັງຫຼວງ


   ແນວໂຮມປະເທດຊາດຮ່ວມເດີນທາງພ້ອມກັບສື່ມວນຊົນໃນການ ຕ້ານສໍ້ລາດບັງຫຼວງ - ảnh 1
ວາ​ລະ​ປະ​ຊຸມ ຄະ​ນະ​ຊີ້​ນຳ​ການ​ແຂ່ງ​ຂັນ​ຊິງລາງວັນສື່ມວນ​ຊົນ​ທົ່ວ​ປະ​ເທດ “ ສື່​ມວນ​ຊົນ​ກັບ​ວຽກ​ງານ ການ​ປ້ອງ​ກັນ ແລະ ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ``

(vovworld)- ຕອນ​ເຊົ້າ​ວັນ​ທີ 1/3, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ​ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ການ​ແຂ່ງ​ຂັນ​ຊິງລາງວັນສື່ມວນ​ຊົນ​ທົ່ວ​ປະ​ເທດ “ ສື່​ມວນ​ຊົນ​ກັບ​ວຽກ​ງານ ການ​ປ້ອງ​ກັນ ແລະ ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ ” ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຫງວຽນ​ຖ້ຽນ​ເຍີນ ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ . ທີ່​ວະ​ລະ​ປະ​ຊຸມ, ທ່ານ​ຫງວຽນ​ຖ້ຽນ​ເຍີນ ປະ​ທານ ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຢືນ​ຢັນ​ວ່າ : ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ສື່ມວນ​ຊົນ​ໃນ​ວຽກ​ງານການ​ປ້ອງ​ກັນ ແລະ ຕ້ານ​ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ. ເພື່ອ​ຮັບ​ໃຊ້​ໃຫ້​ການ​ແຂ່ງ​ຂັນ​ຊິງ​ລາງວັນ​ສື່ມວນ​ຊົນ, ຄະ​ນະ​ຊີ້​ນຳ​ຈະ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ “ ສື່ມວນ​ຊົນ​ກັບ​ການ​ຕໍ່​ສູ້ ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໃນ​ໄຕ​ມາດ​ທີ 2/2017 ”, ພ້ອມ​ທັງ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ນັກ​ຂ່າວທີ່​ມີ​ບົດ​ຂຽນ​ທີ່​ກ່ຽວ​ຂ້ອງເຖິງ​ການ​ຄົ້ນ​ພົບ​ບັນ​ດາກໍ​ລະ​ນີ ສໍ້​ລາດ​ບັງຫຼວງ, ການ​ຟຸມ​ເຟືອຍ.
ຂ່າວ/ບົດ​ອື່ນ