ໄຂກອງປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 6 ຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂກອງປະຊຸມຄັ້ງທີ 6
ຄະນະປະຈຳສະພາແຫ່ງຊາດ
(ພາບ:vietnamplus)

(vovworld) - ກອງ​ປະຊຸມ​ຄັ້ງ​ທີ 6, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸ​ດທີ 13 ​ໄດ້​ໄຂ​ຂຶ້ນ​ເມືອ​ຕອນ​ເຊົ້າ​ວັນ​ທີ 19/3 ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ. ກອງ​ປະຊຸມ​ຈະ​ດຳ​ເນີນ​ໃນ​ເວລາ 10 ວັນ, ນັບ​ແຕ່​ວັນ​ທີ 19 ຫາ 27/3 ດ້ວຍເນື້ອ​ໃນ​ສຳຄັນ​ຫຼາຍ​ປະການ, ພິ​ເສດ​ແມ່ນ​ການ​ຊັກ​ຖາມ​ບັນດາ​ສະມາຊິກ​ລັດຖະບານ. ​ໃນ​ມື້​ເຮັດ​ວຽກ​ທຳ​ອິດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງຄະນະ​ກຳມາ​ທິການ​​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ສະ​​ເໜີ​ບົດ​ລາຍ​ງານ​ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992, ຮັບ​ຟັງ​ຫົວ​ໜ້າ​ກຳມາ​ທິການ​ກົດໝາຍ​ສະພາ​ແຫ່ງ​ຊາດ, ກຳມະການ​ຄະນະກຳມາ​ທິການ​​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ສະ​ເໜີ​ບົດ​ລາຍ​ງານ​ເພື່ອ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື.

ກ່າວ​ຄຳ​ເຫັນ​ໄຂກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ວ່າ: ການ​ສະຫຼຸບ, ຕີ​ລາຄາ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຈາກບັນດາ​ອົງການ​ຂອງ​ລັດຖະບານ, ບັນດາ​ອົງການ​ການ​ເມືອງ, ສັງຄົມ. ທ່ານ​ກ່າວ​ວ່າ:

“ສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ເພື່ອ​ເຫັນ​ໄດ້​ໝາກ​ຜົນ​ທີ່ບັນລຸ​ໄດ້​ຂອງ​ລັດຖະທຳ​ມະນູນ​ປີ 1992 ກໍ​ຄື​ບາງຄວາມ​ຕ້ອງການ​ວາງ​ອອກ​ໃນ​ສະພາບ​ການ​ໃໝ່​ພາຍຫຼັງ​ມີ​ໂຄງການ​ດຳ​ເນີນ​ງານ​ກໍ່ສ້າງ ​ແລະ ພັດທະນາປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ຕໍ່​ໄປ ​ແລະ ບັນດາ​ເອກະສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11. ບັນ​ດາ​ຜູ້​ແທນ​ຈະ​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເນື້​ອ​ໃນ​ນີ້, ສືບ​ຕໍ່​ຍືນ​ສະ​ເໜີ​ຕໍ່​ບັນດາ​ອົງການມີສິດ​ອຳນາດ​ຂອງ​ພັກ ​ແລະ ລັດ, ກ່ອນ​ທີ່​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ປີໜ້າ”

ທີ່​ກອງ​ປະຊຸມ​ນີ້, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ກອງປະຊຸມສະ​ໄໝ​ສະມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ຮັບຮອງ​ເອົາ ຮ່າງ​ກົດໝາຍ 7 ສະບັບ.

ຂ່າວ/ບົດ​ອື່ນ