ໄຂວາລະປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 7 ຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຊີ້​ແຈງ​ຢູ່​ທີ່​ກອງ​ປະຊຸມ

( vovworld ) –   ຕອນ​ເຊົ້າ​ວັນ​ທີ 10/4, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 7. ກ່າວ​ຄຳ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຊີ້​ແຈງ​ຢູ່​ທີ່​ກອງ​ປະຊຸມວ່າ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບາງບັນ​ຫາ​ສຳຄັນ, ທີ່​ຍັງ​ມີ​ຄວາມ​ຄິດ​​ເຫັນແຕກ​ຕ່າງ​ກັນ​ຂອງ 7 ​ຮ່າງ​ກົດໝາຍຄື; ກົດໝາຍ​ວ່າ​ດ້ວຍ​ການລະ​ເມີດ​ດ້ານການ​ບໍລິການ, ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ, ກົດໝາຍ​ວ່າ​ດ້ວຍ​ລາຄາ, ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນນ້ຳ ( ສະບັບ​ປັບ​ປຸງ ),​ ກົດໝາຍ​ວ່າ​ດ້ວຍ​ການ​​ກວດກາ​ດ້ານຍຸດ​ທິທຳ,​ກົດໝາຍ​ວ່າ​ດ້ວຍ​ການ​ໂຄສະນາ, ກົດໝາຍ​ວ່າ​ດ້ວຍ​ການ​ເຜີຍ​ແຜ່, ການສຶກສາ​ກົດໝາຍ. ນີ້​ແມ່ນ​ບັນດາ​ຮ່າງ​ກົດໝາຍ​ຈະຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ອະ​ນຸມັດ​ຜ່ານ​ຢູ່​ທີ່​ກອງ​ປະຊຸມ​ສະ​​ໃໝ​ສາມັນ​ເທື່ອ​ທີ 3 ທີ່​ຈະ​ມາ​ເຖິງ. ​ແລະກໍ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ໃຫ້​ຄຳ​ຄິດ​ເຫັນ​​ກ່ຽວ​ກັບ 6 ຮ່າງ​ກົດໝາຍ ​ແລະ ​ແຜນ​ສ້າງກົດໝາຍ, ລັດຖະບັນ​ຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013 ລົງ​ຄະ​ແນນ​ຮັບຮອງ​ເອົາ​ລັດຖະບັນ​ຍັດ​ລະບົບ​ກົດໝາຍ ແລະ ​ໃຫ້​ຄຳ​ຄິດ​ເຫັນກ່ຽວ​ກັບ​ຮ່າງ​ກົດໝາຍ​ລັດຖະບັນຍັດສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້ມາດຕາຂອງ​ລັດຖະບັນ​ຍັດໃຫ້​ບຸລິ​ມາ​ສິດ​​ແກ່ຜູ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ