ໄຂ​ເຫດ​ການ “ຊຸມ​ວັນ​ຮ່າ​ໂນ້ຍ​ຢູ່ ນະ​ຄອນ​ໂຮ່​ຈີ​ມິນ”

(VOVWORLD) - ໃນ 3 ວັນດຳເນີນ, ລາຍການ ດັ່ງກ່າວລວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ພົ້ນເດັ່ນຄື: ລາຍການສະແດງສິລະປະ “ຂີດໝາຍຮ່າໂນ້ຍ” ໄດ້ໄຂຂຶ້ນໃນພິທີໄຂ, ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ 70 ຄອບຄົວນະໂຍບາຍ ຜູ້ມີຄຸນງາມຄວາມດີ ດີເດັ່ນຂອງນະຄອນໂຮ່ຈີມິນ…
ໄຂ​ເຫດ​ການ “ຊຸມ​ວັນ​ຮ່າ​ໂນ້ຍ​ຢູ່ ນະ​ຄອນ​ໂຮ່​ຈີ​ມິນ” - ảnh 1ລາຍການສະແດງສິລະປະທີ່ພິທີໄຂ (ພາບ: hanoimoi.vn)

 

  ເຫດການ “ຊຸມວັນຮ່າໂນ້ຍຢູ່ນະຄອນ ໂຮ່ຈີມິນ” ດ້ວຍຫົວຂໍ້ “ຂີດໝາຍຮ່າໂນ້ຍ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 23 ສິງຫາ, ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ, ເມືອງ 1, ນະຄອນ ໂຮ່ຈີມິນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024), ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນຈັດຂຶ້ນແຕ່ວັນທີ 23 – 25 ສິງຫາ, ເພື່ອແນໃສ່ໂຄສະນາ, ແນະນຳຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ມໍລະດົກທາງດ້ານວັດທະນະທຳດີເດັ່ນຂອງນະຄອນຫຼວງຮ່າໂນ້ຍອະລິຍາທຳນັບພັນປີ. ກ່າວຄຳເຫັນໄຂລາຍການ, ທ່ານນາງ ຫວູທູຮ່າ, ຮອງປະທານຄະນະກຳມະການນະຄອນ ຮ່າໂນ້ຍ ຢັ້ງຢືນວ່າ:

ລາຍການ “ຊຸມວັນຮ່າໂນ້ຍ ຢູ່ນະຄອນໂຮ່ຈີມິນ” ຈະເຮັດໃຫ້ນ້ຳໄຈລະຫວ່າງສອງປະເທດມີຄວາມສະໜິດຕິດພັນ, ແໜ້ນແຟ້ນກ່ວາອີກ, ຮັດແໜ້ນການພົວພັນຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດ, ປະກອບສ່ວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງນະຄອນ ໃຫ້ມີປະສິດທິຜົນຢ່າງສຸດຂີດ ເພື່ອຢັ້ງຢືນບົດບາດອັນໝັ້ນແກ່ນຂອງສອງສະຖານທີ່ນຳໜ້າເສດຖະກິດ, ຄວາມສະໜິດຕິດພັນລະຫວ່າງສອງແຫ່ງເພື່ອສ້າງກຳລັງແຮງສັງລວມເພື່ອພ້ອມກັນປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດຊາດ.

ໃນ 3 ວັນດຳເນີນ, ລາຍການ ດັ່ງກ່າວລວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ພົ້ນເດັ່ນຄື: ລາຍການສະແດງສິລະປະ “ຂີດໝາຍຮ່າໂນ້ຍ” ໄດ້ໄຂຂຶ້ນໃນພິທີໄຂ, ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ 70 ຄອບຄົວນະໂຍບາຍ ຜູ້ມີຄຸນງາມຄວາມດີ ດີເດັ່ນຂອງນະຄອນໂຮ່ຈີມິນ…

ຕອບກັບ

ຂ່າວ/ບົດ​ອື່ນ