ໄທນຳໃຊ້ກົດໝາຍປ້ອງ ກັນຄວາມສະຫງົບ ພາຍໃນ


ໄທນຳໃຊ້ກົດໝາຍປ້ອງ ກັນຄວາມສະຫງົບ ພາຍໃນ - ảnh 1


​ທ່ານ​ນາງນາຍົກລັດຖະມົນຕີ​ໄທ

(ພາບ: vov.vn)

(vovworld)-  ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ປີ 2008 ຈະ​ຖືກ​ນຳ​ໃຊ້​ສຳລັບ​ທັງ​ໝົດ 50 ​ເມືອງ​ໃນ​ນະຄອນຫຼວງ​ບາງກອກ ​ແລະ ບາງ​​ເມືອງ, ແຂວງ​​ເຂດ​ຊານ​ນະຄອນຫຼວງບາງກອກ. ​ເວລາ​ນຳ​ໃຊ້​ກົດໝາຍ​ນີ້​ແມ່ນ​ຮອດ​ວັນ​ທີ 31/12/2013. ທ່ານ​ນາງ​ຍິງ​ຍັກ ຊີ​ນນະ​ວັດ ນາຍົກລັດຖະມົນຕີ​ໄທ ​ໃຫ້​ຮູ້​ວ່າ:​ ສະພາບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ​ຂອງ​ໄທ ມີ​ຄວາມ​ນັກ​ໜ່ວງ​ຂຶ້ນ​ຕື່ມ​ຂະນະ​ທີ່​ຕອນ​ຄ່ຳ​ວັນ​ທີ 25/11, ບັນດາຜູ້​ເຂົ້າຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ພັກ​ຝ່າ​ຍຄ້ານ​ຈັດຕັ້ງຂຶ້ນ​ໄດ້​ດຳ​ເນີນ​ການ​ຍຶດຄອງ ຫລື​ບຸກ​ເຂົ້າສຳນັກງານ​ສຳຄັນ​ແຫ່ງ​ຕ່າງໆ​ຄື: ກະຊວງ​ການ​ເງິນ, ອົງການ​ງົບປະມານ​ແຫ່ງຊາດ, ກົມ​ພົວພັນ​ມະຫາຊົນ, ກະຊວງ​ການ​ຕ່າງປະ​ເທດ​ໄທ…​ຊື່​ງ​ໄດ້​ກໍ່​ຜົນ​ເສຍ​ຫາຍ​ດ້ານ​ຊັບ​ສິນ ​ແລະ ກີດຂວາງ​ການ​ເຮັດ​ວຽກ​ຂອງ​ລັດຖະກອນ. ຕາມ​ທ່ານ​ນາງນາຍົກລັດຖະມົນຕີ​ໄທ ​ຍິງ​ຍັກ ຊີ​ນນະ​ວັດ ​ແລ້ວ, ການ​ນຳ​ໃຊ້ ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​​ໃນ​​ແມ່ນເພື່ອ​ແນ​ໃສ່ປົກ​ປ້ອງ​ອຳ​ນາ​ດການ​ປົກຄອງ ​ແລະ ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ ກໍ່​ຄື​ປົກ​ປ້ອງ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ, ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ເສລີ​ຂອງ ປຊຊ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງນາຍົກລັດຖະມົນຕີ​ໄທ ​ຍິງ​ຍັກ ຊີ​ນນະ​ວັດ ​ຢືນຢັນ​ຈະ​ບໍ່​ນຳ​​ໃຊ້ກຳລັງ​ອາວຸດ​ຕໍ່ ປຊຊ. ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ປະຕິບັດ​ໜ້າ​ທີ່​ຢ່າງ​ຖືກຕ້ອງ​ຕາມ​ຂັ້ນຕອນ​ຂອງ​ກົດໝາຍ ​ແລະ ມາດຖານ​ສາກົນ.



ຂ່າວ/ບົດ​ອື່ນ