ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ປະສານງານປະຈຳການ,ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ
(ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບ
ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ)
(vovworld) - ທີ່ການຕ້ອນຮັບຜູ້ປະສານງານປະຈຳການ, ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ ທ່ານ Kamal Malhotra ຢູ່ສຳນັກງານລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຢືນຢັນວ່າ, ຍາມໃດສະຫະປະຊາຊາດກໍ່ແມ່ນພາກສ່ວນສຳຄັນໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ທ່ານໄດ້ຂອບໃຈສະຫະປະຊາຊາດຍາມໃດກໍ່ຮ່ວມເດີນທາງພ້ອນກັບຫວຽດນາມ ໃນຕະຫຼອດໄລຍະ 40 ປີຜ່ານມາໃນກິດຈະການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ, ຫວຽດນາມ ປາດຖະໜາວ່າ ສະຫະປະຊາຊາດສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການເຄົາລົບກົດໝາຍສາກົນ, ໜູນຊ່ວຍບັນດາປະເທດ, ໃນນັ້ນມີຫວຽດນາມ…
ສ່ວນທ່ານ Kamal Malhotra ຢືນຢັນວ່າ, ສະຫະປະຊາຊາດ ຈະສົມທົບກັບຫວຽດນາມ ໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງສະຫະປະຊາຊາດ (20/09/1977 – 20/09/2017) ຢ່າງແໜ້ນແຟ້ນ. ທ່ານ Kamal Malhotra ເນັ້ນໜັກວ່າ, ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ຫວຽດນາມ.