AMMTC 18: ຫວຽດ​ນາມຍົກ​ອອກຫຼາຍ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ

(VOVWORLD) -  ບັນດາປະເທດໃນກຸ່ມ ອາຊຽນ ຕ້ອງເພີ່ມທະວີການແບ່ງປັນ ແລະ ໜູນຊ່ວຍການເກັບກຳຂໍ້ມູນກ່ຽວກັບອາດຊະຍາກຳ; ຊຸກຍູ້ການສົມທົບກັນສືບສວນລວມ, ສ້າງກຸ່ມຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດປະເທດຕ່າງໆ.
AMMTC 18: ຫວຽດ​ນາມຍົກ​ອອກຫຼາຍ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ - ảnh 1ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 18 (AMMTC 18)  (ພາບ: VOV)

ວັນທີ 29 ສິງຫາ, ໃນຂອບເຂດກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 18 (AMMTC 18) ທີ່ໄດ້ດຳເນີນຢູ່ນະຄອນຫຼວງວຽງຈັນ, ລາວ ທ່ານພົນໂທ ເລືອງຕາມກວາງ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ຍົກອອກຫຼາຍຂໍ້ສະເໜີກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ຕາມທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງແລ້ວ, ບັນດາປະເທດໃນກຸ່ມ ອາຊຽນ ຕ້ອງເພີ່ມທະວີການແບ່ງປັນ ແລະ ໜູນຊ່ວຍການເກັບກຳຂໍ້ມູນກ່ຽວກັບອາດຊະຍາກຳ; ຊຸກຍູ້ການສົມທົບກັນສືບສວນລວມ, ສ້າງກຸ່ມຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດປະເທດຕ່າງໆ; ຈັດສົ່ງຄະນະປະຕິບັດງານສົມທົບກັນຢັ້ງຢືນ, ສືບສວນ, ຈັບບັນດາເປົ້າໝາຍອາດຊະຍາກຳຢູ່ປະເທດນີ້ໜີໄປປະເທດອື່ນ; ຈັດການລາດຕະເວນລວມ, ສົມທົບກັນຈັດຕັ້ງຜັນຂະຫຍາຍການບຸກໂຈມຕີ, ປາບປາມອາດຈະຍາກຳຂ້າມຊາດ ທີ່ມີຈຸດສຸມລວມຂັ້ນອາຊຽນ ເປັນຕົ້ນແມ່ນລະຫວ່າງບັນດາປະເທດທີ່ມີເສັ້ນຊາຍແດນຮ່ວມກັນ.

ກອງປະຊຸມ AMMTC 18 ໄດ້ອອກຖະແຫຼງການຮ່ວມ ວຽງຈັນ ກ່ຽວກັບການເພີ່ມທະວີການຮ່ວມມືປະຕິບັດ ກົດໝາຍປ້ອງກັນ, ຕ້ານການສໍ້ໂກງຫາວຽກງານແບບທາງໄກ, ພ້ອມທັງ ເຫັນດີເປັນເອກະພາບເນື້ອໃນຖະແຫຼງການຂອງບັນດາການນຳອາຊຽນກ່ຽວກັບການເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳຄ້າຂາຍຢາເສບຕິດ  ແລະ ສານປຸງແຕ່ງຢາເສບຕິດ ເພື່ອແນໃສ່ເພີ່ມທະວີ ຄຳໝັ້ນສັນຍາລວມກ່ຽວກັບການປ້ອງກັນ, ຕ້ານ, ຕໍ່ສູ້ກັບການຜະລິດ, ແກ້ໄຂ ການຄ້າຂາຍຢາເສບຕິດ ແລະ ສວຍໃຊ້ຢາເສບຕິດຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ