ກວາງນິງ ຕ້ອນຮັບຄະນະແຂກທ່ອງທ່ຽວ ອິນເດຍ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

(VOVWORLD) - ຄະນະແຂກທ່ອງທ່ຽວ ອິນເດຍ 4.500 ຄົນດັ່ງກ່າວຈະແບ່ງປັນຫຼາຍກຸ່ມໄປຢ້ຽມຢາມ ຮ່າໂນ້ຍ - ຮະລອງ - ນິງບິ່ງ ຕາມແຕ່ລະຊຸດ, ຮອດວັນທີ 07 ກັນຍາ.
ກວາງນິງ ຕ້ອນຮັບຄະນະແຂກທ່ອງທ່ຽວ ອິນເດຍ ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ - ảnh 1(ການນຳພະແນກທ່ອງທ່ຽວແຂວງ ກວາງນິງ ຕ້ອນຮັບຄະນະແຂກທ່ອງທ່ຽວທີ່ມາຈາກ ອິນເດຍ)

        ຕອນເຊົ້າວັນທີ 29 ສິງຫາ, ແຂວງ ກວາງນິງ ເລີ່ມຕ້ອນຮັບຄະນະແຂກທ່ອງທ່ຽວທີ່ມາຈາກ ອິນເດຍ ປະມານ 4.500 ຄົນ ມາຢ້ຽມຢາມເຂດອ່າວ ຮະລອງ. ທາງແຂວງໄດ້ເອົາໃຈໃສ່ເຖິງຄຸນນະພາບການຮັບໃຊ້ແຂກທ່ອງທ່ຽວ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ.

        ຢູ່ທ່າກຳປັ່ນສາກົນ ຮະລອງ, ພະແນກທ່ອງທ່ຽວແຂວງ ກວາງນິງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ມອບດອກໄມ້, ຕ້ອນຮັບຄະນະແຂກທ່ອງທ່ຽວດ້ວຍການຟ້ອນສິງໂຕທີ່ໜ້າຈັບໃຈ. ໃນວັນທີ 29 ນີ້, ມີກຳປັ່ນທ່ອງທ່ຽວ 33 ລຳໄດ້ໂດຍສານແຂກທ່ອງທ່ຽວໄປຢ້ຽມຢາມອ່າວ ຮະລອງ. ຄະນະແຂກທ່ອງທ່ຽວ ອິນເດຍ 4.500 ຄົນດັ່ງກ່າວຈະແບ່ງປັນຫຼາຍກຸ່ມໄປຢ້ຽມຢາມ ຮ່າໂນ້ຍ - ຮະລອງ - ນິງບິ່ງ ຕາມແຕ່ລະຊຸດ, ຮອດວັນທີ 07 ກັນຍາ. ສະເພາະອ່າວ ຮະລອງ, ຄະນະແຂກທ່ອງທ່ຽວຈະໄປຢ້ຽມຢາມແຕ່ວັນທີ 29 ສິງຫາ ຮອດວັນທີ 03 ກັນຍາ. ທ່ານນາງ ຫງວຽນທິຮ່ວຽນແອັງ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວາງນິງ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າໄດ້ສົມທົບກັບຮ້ານອາຫານຮັບໃຊ້ສະເພາະແຂກທ່ອງທ່ຽວ ອິນເດຍ ແລະ ບໍລິສັດທ່ອງທ່ຽວ ເພື່ອຮັບປະກັນການຮັບໃຊ້ໃຫ້ມີຄຸນນະພາບ, ເໝາະສົມກັບວັດທະນະທຳ, ອາຫານກິນຂອງຊາວ ອິນເດຍ. ນີ້ແມ່ນວິທີເຊິ່ງພວກຂ້າພະເຈົ້າຢາກສົ່ງສານຂອງແຂວງເຖິງຄະນະແຂກທ່ອງທ່ຽວໂດຍຜ່ານຄຸນນະພາບການຮັບໃຊ້”.

ຕອບກັບ

ຂ່າວ/ບົດ​ອື່ນ