ກອງປະຊຸມນັດສາມັນຄັ້ງທີີ 31 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ

(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບັນດາບັນຫາທີ່ຍັງມີຄໍາເຫັນ ແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່່າດ້ວຍການລົງທຶນສາທາລະນະ, ຮ່າງກົດໝາຍວ່່າດ້ວຍການຄຸ້ມຄອງພາສີອາກອນ (ສະບັບປັບປຸງ)
ກອງປະຊຸມນັດສາມັນຄັ້ງທີີ 31 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: quochoi.vn)

ກ່າວຄໍາເຫັນໄຂກອງປະຊຸມນັດສາມັນຄັ້ງທີ 31 ຄະນະປະຈໍາສະພາແຫ່ງຊາດຫວຽດນາມ, ຕອນເຊົ້າວັນທີ 21 ກຸມພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດຫວຽດນາມ ຈະປະກອບຄໍາເຫັນກ່ຽວກັບບັນດາບັນຫາຍັງມີຄໍາເຫັນແຕກຕ່າງກັນຂອງຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ; ຮ່າງກົດໝາຍຄຸ້ມຄອງພາສີອາກອນ (ສະບັບປັບປຸງ); ປະກອບຄໍາເຫັນກ່ຽວກັບເລື່ອງມອບໂອນແຜນການເງິນລົງທຶນພັດທະນາແຫຼ່ງງົບປະມານແຫ່ງລັດ ຂອງ ໂຄງການລົງທຶນກໍ່ສ້າງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຢູ່ ຮວ່າລາກ. ພິເສດ, ທີ່ກອງປະຊຸມຄັ້ງນີ້, ຄະນະປະຈໍາສະພາແຫ່ງຊາດ ຈະຮັບຟັງລັດຖະບານລາຍງານກ່ຽວກັບໝາກຜົນການຮັບເອົາຄໍາເຫັນປະກອບຈາກປະຊາຊົນ ກ່ຽວກັບຮ່າງກົດໝາຍວ່່າດ້ວຍການສຶກສາ (ສະບັບປັບປຸງ).

        ໃນວາລະເຮັດວຽກໃນຕອນເຊົ້າວັນທີ 21 ກຸມພາ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນກ່ຽວກັບບັນດາບັນຫາທີ່ຍັງມີຄໍາເຫັນ ແຕກຕ່າງກັນຂອງຮ່າງກົດໝາຍສະບັບປັງປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່່າດ້ວຍການລົງທຶນສາທາລະນະ, ຮ່າງກົດໝາຍວ່່າດ້ວຍການຄຸ້ມຄອງພາສີອາກອນ (ສະບັບປັບປຸງ).

        ສ່ວນໃນວາລະເຮັດວຽກໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຮັບຟັງລັດຖະບານລາຍງາຍກ່ຽວກັບໝາກຜົນການຮັບເອົາຄໍາເຫັນປະກອບຈາກປະຊາຊົນ ກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ