ກອງປະຊຸມລັດຖະມົນຕີ ບັນດາປະເທດອາຊຽນ ກ່ຽວກັບຢາເສບຕິດ

ກອງປະຊຸມລັດຖະມົນຕີ ບັນດາປະເທດອາຊຽນ ກ່ຽວກັບຢາເສບຕິດ - ảnh 1
ຜູ້ຕາງໜ້າບັນດາປະເທດອາຊຽນປຶກສາຫາລືຢູ່ທີ່ກອງປະຊຸມ
(ພາບ : internet)


Vovworld- ຕອນ​ເຊົ້າ​ວັນ​ທີ 31/8 ຢູ່ບາງກອກປະເທດໄທ, ໄດ້ໄຂກອງປະຊຸມ ລັດຖະມົນຕີບັນດາປະເທດ ອາຊຽນກ່ຽວກັບຢາເສບຕິດ. ຄະນະຜູ້ແທນກະຊວງ​ຕຳຫຼວດຫວຽດນາມ ​ໂດຍ​ທ່ານ​ພົນ​ຕີ Pham Quy Ngo ຮອງ​ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ດຳ​ເນີນໂດຍມີການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ 10 ປະ​ເທດ​ອາ​ຊຽນເກືອບ 100 ທ່ານ ພ້ອມ​ກັບ​ຄະນະ​ເລຂາ​ອາ​ຊຽນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງຍຸດຕິທຳໄທ ປຣະຈາພົມນອກ ແລະ ຮອງເລຂາທິການໃຫຍ່ ອາຊຽນ. ກ່ອນນັ້ນ, ໃນວາລະໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີໄທ ຈະເຫຼີມຢູບຳຣຸງ ຖືວ່າ ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຕ້ານໄພ ຢາເສບຕິດໃນ ອາຊຽນ ແມ່ນຈຳເປັນທີ່ສຸດ, ເພາະໃນປະຈຸບັນ, ຫຼາຍປະເທດໃນ ກຸ່ມອາ​ຊຽນພວມ​ຮັບ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຈາກ​ບັນຫາ​ຢາ​ເສບ​ຕິດ, ​ໃນ​ນັ້ນ​ມີ​ໄທ. ທ່ານຮອງນາຍົກລັດຖະມົນຕີໄທ ຈະເຫຼີມຢູບຳຣຸງ ​ເນັ້ນໜັກວ່າ ບັນຫາ​ຢາ​ເສບ​ຕິດ​ມີ​ລັກສະນະ​ຮີບ​ດ່ວນ ​ແລະ ​ໃນ​ວົງ​ກ້ວາງ, ​ເພາະສະ​ນັ້ນ ບັນດາ​ປະ​ເທດ​ອາ​ຊຽນ ຄວນ​ເພີ່ມ​ທະວີ​ການຮ່ວມມືພາຍ​ໃນ​ກຸ່ມ​ກ່ຽວ​ກັບ​ບັນຫາ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ ​ເພື່ອ​ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ສະພາບ​ການ​ເຄື່ອນ​ໄຫວ​ຜະລິດ, ຄ້າຂາຍ​ຢາ​ເສບ​ຕິດ​ໃນ​ພາກ​ພື້ນ​ໃນ​ປີ 2015 .

ຂ່າວ/ບົດ​ອື່ນ