ການນຳ ລາວ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ລາວ - ຫວຽດນາມ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ; ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກຳລັງຕຳຫຼວດຂອງ 2 ປະເທດສືບຕໍ່ຍູ້ແຮງການຮ່ວມມື
ການນຳ ລາວ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ລາວ - ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຕ້ອນຮັບທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ)

        ໃນຂອບເຂດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 18 (AMMTC18), ຕອນບ່າຍວັນທີ 27 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ. ຄະນະຜູ້ແທນ ຫວຽດນາມ ກໍ່ມີການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ລາວ, ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ວິໄລ ຫຼ້າຄຳຟອງ ເປັນຫົວໜ້າຄະນະ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ; ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກຳລັງຕຳຫຼວດຂອງ 2 ປະເທດສືບຕໍ່ຍູ້ແຮງການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳຄ້າມະນຸດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ…; ປັບປຸງ, ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ການນຳ ລາວ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ລາວ - ຫວຽດນາມ - ảnh 2(ທີ່ການເຈລະຈາ)

        ກ່ອນໜ້ານັ້ນ, ທີ່ການເຈລະຈາລະຫວ່າງກະຊວງຕຳຫຼວດ 2 ປະເທດ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາເອກະສານໄດ້ລົງນາມແລ້ວໃຫ້ບັນລຸປະສິດທິຜົນ, ຄື: ແຜນການຮ່ວມມືປີ 2024, ບົດບັນທຶກຊ່ວຍຈຳລະຫວ່າງກະຊວງຕຳຫຼວດ 2 ປະເທດ ຫວຽດນາມ - ລາວ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ ແລະ ບັນດາສັນຍາ, ຂໍ້ຕົກລົງອື່ນ. ສິ້ນສຸດການເຈລະຈາ, ກະຊວງຕຳຫຼວດ ຫວຽດນາມ ໄດ້ມອບໃຫ້ກະຊວງຕຳຫຼວດ ລາວ ເຄື່ອງອຸປະກອນຮັບໃຊ້ຄວາມໝັ້ນຄົງ, ຄວາມປອດໄພບັນດາເຫດການສາກົນໃນປີ ລາວ ເປັນປະທານ ອາຊຽນ 2024.

ຕອບກັບ

ຂ່າວ/ບົດ​ອື່ນ