ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ໄພ​ຫຍໍ້​ທໍ້​​ຕ້ອງ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ຕອນເຊົ້າວັນທີ 14 ສິງຫາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນກອງປະຊຸມຄັ້ງທີ 26 ຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຫົວໜ້າຄະນະຊີ້ນຳ.

ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ໄພ​ຫຍໍ້​ທໍ້​​ຕ້ອງ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາວ່າ ໃນ 6 ເດືອນຕົ້ນປີ 2024 ວຽກງານສືບສວນ, ດຳເນີນຄະດີ, ພິພາກສາໄດ້ຮັບການຊີ້ນຳປະຕິບັດຢ່າງແຮງ ແລະ ຂ້ຽວຂາດ; ມີຫຼາຍຄະດີສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຮ້າຍແຮງພິເສດ, ກ່ຽວກັບຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນທີ່ໄດ້ຮັບການແກ້ໄຂຢ່າງເຂັ້ມງວດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າຄວາມຕັດສິນໃຈດ້ານການເມືອງໃນການແກ້ໄຂການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໄດ້ແກ້ໄຂຄວາມວິຕົກກັງວົນຂອງປະຊາຊົນ, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ ແລະ ໄດ້ຮັບການສະໜັບສະໜູນຈາກປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:

ຍົກສູງປະສິດທິຜົນຂອງບັນດາມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ຍົກສູງກ່ວາອີກວຽກງານໂຄສະນາເຜີນແຜ່, ສຶກສາ, ສ້າງວັດທະນະທຳ, ຄວາມບໍລິສຸດຜຸດຜ່ອງ, ບໍ່ໃຫ້ມີສໍ້ລາດບັງຫຼວງ, ໄພຫຍໍ້ທໍ້; ເພີ່ມທະວີການຄວບຄຸມ, ປະຕິບັດສິດອຳນາດ; ເພີ່ມທະວີ, ຍົກສູງປະສິດທິຜົນ, ປະສິດທິພາບ, ການຕິດຕາມຂອງອົງການໂດຍປະຊາຊົນເລືອກຕັ້ງ, ແນວໂຮມປະເທດຊາດຫວຽດນາມ, ອົງການການເມືອງສັງຄົມ, ສື່ມວນຊົນ ແລະ ປະຊາຊົນໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ