ການພັດທະນາ ເຂດທົ່ງພຽງ ແມ່ນ້ຳຂອງ

ການພັດທະນາ  ເຂດທົ່ງພຽງ  ແມ່ນ້ຳຂອງ - ảnh 1
ການພົບປະສົນທະນາໂດຍກົງຜ່ານເຄືອຂ່າຍອິນເຕີແນດ
ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ
ພາບ:chinhphu.vn

(vovworld) -  ຕອນ​ເຊົ້າ​ວັນ​ທີ 22/4, ຢູ່ ນະຄອນ Can Tho ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນທະນາ​ໂດຍ​ກົງ​ຜ່ານ​ເຄືອຂ່າຍ​ອິນ​ເຕີ​ແນ​ດກ່ຽວ​ກັບ​ການ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຮູ້​ວ່າ: ​ໃນ 10 ປີຜ່ານມາ (2001 -2010), ​ເສດຖະກິດ​ຂອງ​ບັນດາ​ແຂວງ, ນະຄອນ ​ໃນ​ເຂດ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ວ່ອງ​ໄວ, ລະບົບ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ​ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບຢູ່​ໃນ​ເຂດ​ໄດ້​ຮັບ​ການ​ປັບ​ປຸ່ງ ​ແລະ ​ເພີ່ມ​ທະວີ, ​ເປັນ​ຕົ້ນ​ໃນບໍລິ​ເວນ​ຍຸດ​ທະ​ສາດ, ​ເຂດ​ຊາຍ​ແດນ, ໝູ່​ເກາະ. ​ໃນ​ນັ້ນ, ທົ່ວ​ແຂວງ​ໄດ້​ກໍ່ສ້າງ​ທາງ​ຫລວງ​ໃຫມ່ 10 ສາຍ ດ້ວຍ​ຍອດ​ຄວາມ​ຍາວ​ກວ່າ 2.500 ກິ​​ໂລ​ແມດ ​ແລະ ​​ເສັ້ນທາງ​ເຊື່ອມ​ຕໍ່​ແຂວງ​ເກືອບ 70 ສາຍ ພ້ອມ​ກັນ​ນັ້ນ ລະບົບ​ຊົນລະປະທານ, ​ເຊ​ດຊຸມ​ຊົນ ​ແລະ ການ​ກໍ່ສ້າງ​ພັດທະນາ​ເຂດ​ຕົວ​ເມືອງ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ລົງທຶນ. ຄຽງ​ຂ້າງ​ນັ້ນ, ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ ​ກໍ​ໄດ້​ຮັບ​ການ​ລົງທຶນ​ປະກອບສ່ວນ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຍັງ​ມີ​ຂໍ້ຄົງ​ຕ້າງ​ຫລາຍ​ຢ່າງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ໄວ ​ເພື່ອ​ໃຫ້​ຮອດ​ປີ 2020 ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ສືບ​ຕໍ່​ແມ່ນ​ເຂດ​ຈຸດ​ສຸມ​ກ່ຽວ​ກັບ​ດ້ານ​ກະສິກຳ, ສິນ​ໃນ​ນ້ຳຂອງ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ