ການພົບປະສົນທະນາຍຸດທະສາດດ້ານການທູດ - ການປ້ອງກັນຊາດ ຫວຽດນາມ -ອົດສະຕາລີ ຄັ້ງທີ 9

(VOVWORLD) -ການພົບປະສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ -ການປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 10 ຈະຈັດຂຶ້ນໃນເວລາເໝາະສົມຢູ່ ອົດສະຕາລີ.

 


ການພົບປະສົນທະນາຍຸດທະສາດດ້ານການທູດ - ການປ້ອງກັນຊາດ ຫວຽດນາມ -ອົດສະຕາລີ ຄັ້ງທີ 9 - ảnh 1ການພົບປະສົນທະນາຍຸດທະສາດດ້ານການທູດ - ການປ້ອງກັນຊາດ ຫວຽດນາມ -ອົດສະຕາລີ ຄັ້ງທີ 9. (ພາບ: ກະຊວງການຕ່າງປະເທດຫວຽດນາມ)

ວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ, ຫວຽດນາມ ແລະ ອົດສະຕາລີ ໄດ້ຈັດຕັ້ງການພົບປະສົນທະນາຍຸດທະສາດດ້ານການທູດ -ການປ້ອງກັນຊາດ ຄັ້ງທີ 9 ໂດຍທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ແລະການຄ້າ ອົດສະຕາລີ Michelle Chan ເປັນປະທານຮ່ວມ. ທີ່ການພົບປະສົນທະນາ, ສອງຝ່າຍ ໄດ້ເຫັນດີ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກວ່າອີກ, ສູ້ຊົນນຳສອງປະເທດກາຍເປັນ 1 ໃນ 10 ຄູ່ຮ່ວມມືການຄ້າແຖວຫນ້າຂອງກັນ ແລະເພີ່ມການລົງທຶນສອງສົ້ນໃຫ້ຂຶ້ນທົບສອງເທົ່າ. ອົດສະຕາລີ ປາດຖະຫນາຢາກຊຸກຍູ້ການຮ່ວມມືກັບຫວຽດນາມໃນຂົງເຂດຫັນເປັນດິຈີຕອນ, ເສດຖະກິດ ດິຈີຕອນ, ບັນດາຂົງເຂດເຕັກໂນໂລຊີສູງ, ເພີ່ມການລົງທຶນເຂົ້າໃນຂົງເຂດໄຟຟ້າໃຊ້ແຮງລົມ…ຫວຽດນາມ ກໍ່ປາດຖະຫນາຢາກອົດສະຕາລີ ສືບຕໍ່ສະຫງວນ ODA ໃຫ້ແກ່ ຫວຽດນາມໃນບັນດາຂົງເຂດ.

ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານການສຶກສາ, ນຳຂົງເຂດນີ້ສືບຕໍ່ແມ່ນເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຍູ້ແຮງການຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍ. ອົດສະຕາລີ ຢັ້ງຢືນຄືນການສະຫນັບສະຫນູນ ອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນໂຄງສ້າງພາກພື້ນໂດຍອີງໃສ່ກົດໝາຍ, ສະຫນັບສະຫນູນການແກ້ໄຂບັນດາການຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ.

ການພົບປະສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ -ການປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 10 ຈະຈັດຂຶ້ນໃນເວລາເໝາະສົມຢູ່ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ