ການ​ພົ​ບ​ປ​ະ​ແລກ​ປ່ຽນ “ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຕະ​ລຸມ​ບອນ, ປະ​ດິດ​ຄິດ​ສ້າງ - ນຳພາ​ການ​ປ່ຽນ​ແປງ​”

(VOVWORLD) - ໃນຂອບເຂດການເຄື່ອນໄຫວຂອງຄ້າຍ ຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງທົ່ວປະເທດຄັ້ງທີ VI ໄດ້ຈັດຂຶ້ນຢູ່ນະຄອນ ຍາຈາງ, ແຂວງ ແຄ໊ງຮ່ວາ, ໃນຕອນຄ່ຳວັນທີ 14 ສິງຫາ, ໄດ້ດຳເນີນຄ່ຳຄືນ ພົບປະແລກປ່ຽນຊາວໜຸ່ມ ອາສາສະໝັກ ຕະລຸມບ່ອນ, ປະດິດຄິດສ້າງ - ນຳພາການປ່ຽນແປງ”.

ການ​ພົ​ບ​ປ​ະ​ແລກ​ປ່ຽນ “ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ​ຕະ​ລຸມ​ບອນ, ປະ​ດິດ​ຄິດ​ສ້າງ - ນຳພາ​ການ​ປ່ຽນ​ແປງ​” - ảnh 1ລາຍການສະແດງສິລະປະ ທີ່ຄ່ຳຄືນພົບປະແລກປ່ຽນ (ພາບ: VOV5)

 

  ຄ່ຳຄືນພົບປະແລກປ່ຽນມີການເຂົ້າຮ່ວມຂອງຜູ້ແທນ 500 ຄົນແມ່ນຊາວໜຸ່ມ, ຜູ້ອາສາສະໝັກ ສະພາກາແດງໃນທົ່ວປະເທດພ້ອມກັບຜູ້ຕາງໜ້າທີ່ມາຈາກ 11 ສະພາກາແດງ ແລະ ຊີກວົງເດືອນແດງແຫ່ງຊາດໃນທົ່ວໂລກຄື: ສ.ເກົາຫຼີ, ອິນໂດເນເຊຍ, ໄທ, ກຳປູເຈຍ… ບັນດາຜູ້ແທນໄດ້ພົບປະແລກປ່ຽນກັບບັນດາແບບຢ່າງດີເດັ່ນໃນບັນດາຂະບວນການຄື: “ວຽກດີຄົນເດັ່ນ - ຮ່ວມແຮງຮ່ວມໃຈສ້າງປະຊາຄົມແຫ່ງຄວາມເມດຕາປານີ”, ຊາວໜຸ່ມອາສາສະໝັກເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບໄພທຳມະຊາດ, ໂລກລະບາດ; ຊາວໜຸ່ມອາສາສະໝັກເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ ແລະ ບັນດາການເຄື່ອນໄຫວໜູນຊ່ວຍສັງຄົມ. ທ່ານ Nattorn Sonrvai ພະນັກງານລະດັບສູງກ່ຽວກັບການເຄື່ອນໄຫວຊາວໜຸ່ມ, ຜູ້ອາສາສະໝັກສະພາກາແດງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະມາຄົມ ສະພາກາແດງຊີກວົງເດືອນແດງ ສາກົນ - ຄະນະກຸ່ມຢູ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ໃຫ້ຮູ້ວ່າ:

ສຳລັບສະມາຄົມສະພາກາແດງຊີກວົງເດືອນແດງສາກົນ ການສ້າງກຳລັງຄວາມສາມາດໃຫ້ແກ່ຊາວໜຸ່ມ, ຜູ້ອາສາສະໝັກແມ່ນການເຄື່ອນໄຫວຍາວນານ. ເມື່ອພົບປະກັນຢູ່ທີ່ນີ້, ບັນດາຜູ້ເຂົ້າຮ່ວມຈະມີໂອກາດໄດ້ແບ່ງປັນບົດຮຽນປະສົບການ, ພ້ອມກັນພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າຮ່ວມການເຄື່ອນໄຫວຢູ່ນອກຊາຍແດນຂອງປະເທດຕົນກ່ຽວກັບດ້ານພູມີສາດ. ເມື່ອພວກເພື່ອນໜຸ່ມພົບປະກັນ, ເຂົາເຈົ້າຈະແບ່ງປັນ ແລະ ເຊື່ອມຕໍ່ກັນຜ່ານສື່ສັງຄົມອອນໄລ, ເພື່ອຮັກສາການຕິດຕໍ່ພົວພັນ, ພ້ອມກັນພັດທະນາ. ດັ່ງນັ້ນເຄືອຂ່າຍຜູ້ອາສາສະໝັກ, ຊາວໜຸ່ມຈະໄດ້ຮັບການເພີ່ມທະວີ ແລະ ແຜ່ຂະຫຍາຍໃນວົງກ້ວາງ.

ຕອບກັບ

ຂ່າວ/ບົດ​ອື່ນ