ການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/7

(VOVWORLD) - ວັນທີ 19 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເຊັນປະກາດໃຊ້ຄຳສັ່ງຂອງຄະນະເລຂາກ່ຽວກັບການສືບຕໍ່ເພີ່ມທະວີການນຳພາຂອງພັກ ສຳລັບວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. 

ການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/7 - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖະຫວາຍທູບທຽນ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂຮ່ຈີມິນ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຄຳສັ່ງໄດ້ເນັ້ນໜັກເລື່ອງປະຕິບັດວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ດີກ່ວາອີກ, ສູ້ຊົນຮອດປີ 2020, 100% ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດມີລະດັບຄອງຊີບເທົ່າທຽມ ຫຼື ເກີນລະດັບປານກາງຂອງວົງຄະນະຍາດ.

        ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ, ຕອນບ່າຍວັນທີ 19 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ, ພົນເອກ ໂດ໋ບ໋າຕິ, ໄດ້ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ.

        ແລະກໍ່ໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ, ຄອບຄົວເປົ້າໝາຍນະໂຍບາຍຢູ່ນະຄອນ ໂດ່ງເຫີ໋ຍ, ແຂວງ ກວາງບີ່ງ.

        ຕອນບ່າຍວັນທີ 19 ກໍລະກົດ, ເຫຼົ່າທັບປ້ອງກັນ ອາກາດ - ກອງທັບອາກາດ ໄດ້ຈັດຕັ້ງງານວາງສະແດງ “ກອງທັບອາກາດ - ທະຫານອາກາດ ກັບວຽກງານທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ” ຢູ່ຫໍພິພິທະພັນປ້ອງກັນອາກາດ - ທະຫານອາກາດ, ຮ່າໂນ້ຍ. ງານວາງສະແດງໄດ້ເປີດປະຕູໝົດເດືອນກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ