ການ​ເລືອ​ກ​ຕັ້ງ ອາ​ເມ​ລິ​ກາ: ທ່ານ Donald Trump ​ກຳ​ນົດ​ວັນ​ເວ​ລາໂຕ້​ວາ​ທີ​ກັບ​ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris

(VOVWORLD) -    ວັນທີ 27 ສິງຫາ, ທ່ານອະດີດປະທານາທິບໍດີ ອາເມລິກາ, Donald Trump ໃຫ້ຮູ້ວ່າ ທ່ານຈະເຂົ້າຮ່ວມການໂຕ້ວາທີແບບເຊິ່ງໜ້າກັບທ່ານນາງຮອງປະທານາທິບໍດີ, Kamala Harris ໃນວັນທີ 10 ກັນຍາ ຈະມາເຖິງ ໂດຍສຳນັກຂ່າວສານ ABC Niux (ABC News) ປະຕິບັດ.
ການ​ເລືອ​ກ​ຕັ້ງ ອາ​ເມ​ລິ​ກາ: ທ່ານ Donald Trump ​ກຳ​ນົດ​ວັນ​ເວ​ລາໂຕ້​ວາ​ທີ​ກັບ​ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris - ảnh 1ທ່ານນາງ Kamala Harrris ແລະ ທ່ານອະດີດປະທານາທິບໍດີ Donald Trump  (ພາບ: AP/TTXVN)

ຕາມທ່ານ Trump ແລ້ວ, ຂໍ້ກຳນົດຂອງການໂຕ້ວາທີຄັ້ງຕໍ່ໄປ ຈະບໍ່ອະນຸຍາດໃຫ້ຜູ້ສະໝັກເລືອກຕັ້ງ ຖືຕາມຕົວເອກະສານທີ່ໄດ້ກະກຽມໄວ້ລ່ວງໜ້າ ແລະ ບັນດາຜູ້ສະໝັກເລືອກຕັ້ງ ຈະຕ້ອງຢືນໃນຕະຫຼອດໄລຍະໂຕ້ວາທີ. ຜູ້ສະໝັກເລືອກຕັ້ງຂອງພັກສາທາລະນະ ກໍເນັ້ນໜັກວ່າ ໂທລະພາບ ABC Niux ໄດ້ຮັບປະກັນວ່າ  ນີ້ແມ່ນການໂຕ້ວາທີຢ່າງຍຸຕິທຳ ແລະ ສະເໝີພາບ ແລະ ບໍ່ມີຝ່າຍໃດຮູ້ຄຳຖາມລ່ວງໜ້າ. ທ່ານ Trump ກໍຊັ່ງຊາຄວາມສາມາດສືບຕໍ່ໂຕ້ວາທີອີກສອງຄັ້ງໃນເດືອນ ກັນຍາ ເຖິງວ່າທາງຝ່າຍທ່ານນາງ Kamala Harrris ຍັງບໍ່ມີຄຳເຫັນຫຍັງກ່ຽວກັບຄວາມສາມາດດັ່ງກ່າວ.  

        ວັນທີ 25 ສິງຫາຜ່ານມາ, ທ່ານອະດີດປະທານາທິບໍດີ Donald Trump ນາບຂູ່ວ່າ ບໍ່ເຂົ້າຮ່ວມການໂຕ້ວາທີກັບທ່ານນາງ Harris ໃນວັນທີ 10 ກັນຍາ ຈະມາເຖິງ ເພາະວ່າ ສຳນັກຂ່າວສານ ABC Niux ຈະລຳອຽງຄູ່ແຂ່ງຂອງຕົນ ດ້ວຍວິທີ ເຜີຍຄຳຖາມລ່ວງໜ້າ. ຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນໃນວັນທີ 27 ສິງຫາ ເມື່ອບັ້ນໂຕ້ວາທີຂອງຜູ້ສະໝັກເລືອກຕັ້ງສອງທ່ານ ປິ່ນອ້ອມບັນຫາ ຄວນຈະມອດໄມຂອງຜູ້ສະໝັກເລືອກຕັ້ງເມື່ອຍັງບໍ່ທັນຮອດຄີວຂຶ້ນສະແດງທັດສະນະຫຼືບໍ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ