ການເລືອກຕັ້ງຢູ່ ເຢຍລະມັນ: ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ ຄຣິດ ນຳໜ້າ

ການເລືອກຕັ້ງຢູ່ ເຢຍລະມັນ: ພັນທະມິດປະຊາທິປະໄຕ/ ສັງຄົມ ສາສະໜາ  ຄຣິດ ນຳໜ້າ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີເຢຍລະ​ມັນ Angela Merkel
(ພາບ: AP)

(vovworld) – ​ຢູ່​ປະ​ເທດ ​​ເຢຍລະ​ມັນ, ພັນທະ​ມິດ​ປະຊາທິປະ​ໄຕ/ ສັງຄົມ ສາສະໜາ  ຄຣິດ (CDU/CSU) ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ Angela Merkel ຍາດ​ໄດ້​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ສຸ​ດ, ​​ແຕ່ບໍ່​ທັນ​ຍາ​ດ​ໄດ້​ຈຳ​ນວນ​ບັດ​ສະໜັບສະໜູນ​ຢ່າງ​ພຽງພໍ​ເພື່ອ​​ສ້າງ​ຕັ້ງ​ລັດຖະບານ​ໃໝ່. ຮອດ​​ເວ​ລາ 24 ​ໂມງ​ວັນ​ທີ 22/9 (ຕາມ​ເວລາ ​ເຢຍລະ​ມັນ), ພັນທະ​ມິດ​ປະຊາທິປະ​ໄຕ/ ສັງຄົມ ສາສະໜາ  ຄຣິດ ຍາດ​ໄດ້ 41,7% ຈຳນວນ​ບັດ​ສະໜັບສະໜູນ, ພັກ​ປະຊາທິປະ​ໄຕ ສັງຄົມ (SPD) ຍາດ​ໄດ້ 25​,6% ຈະ​ນວນ​ບັດ​ສະໜັບສະໜູນ ​ໃນ​ຂະນະ​ນັ້ນພັກ​ຝ່າຍ​ຊ້າຍ​ຍາດ​ໄດ້ 8,5% ​ແລະ ພັກ​ຂຽວ ຍາດ​ໄດ້ 8,4%. ຄູ່​ຮ່ວມ​ມື​ພັນທະມິດ​ກຳ​ອຳນາດ ຂອງ ພັນທະ​ມິດ​ປະຊາທິປະ​ໄຕ/ ສັງຄົມ ສາສະໜາ  ຄຣິດ ​ແມ່ນ​ພັກ​ປະຊາທິປະ​ໄຕ ​ເສລີພາບ (​FDP) ຍາດ​ໄດ້​ພຽງ 4,7% ຈຳນວນ​ບັດ​ສະໜັບສະໜູນ, ບໍ່​ເກີນ​ອັດຕາ 5% ຕາມ​ຂໍ້​ກຳນົດຂອງ​ກົດໝາຍ​ເພື່ອ​ມີ​ຜູ້ຕາງໜ້າ​ໃນ​ສະພາ​​ແຫ່ງ​ຊາດ. ສ່ວນ, ພັກ “ການ​ເລືອກ​ເຟັ້ນ​ໃຫ້​ແກ່​ປະ​ເທດ ​ເຢຍລະ​ມັນ” (AFD) ກໍ່ຍາດ​ໄດ້​ພຽງ 4,8% ຈຳນວນ​ບັດ​ສະໜັບສະໜູນ ​ແລະ ບໍ່​ມີ​ທີ່​ນັ່ງ​​ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່. ​ເປັນອັນ​ວ່າ, ພັນທະ​ມິດ​ປະຊາທິປະ​ໄຕ/ ສັງຄົມ ສາສະໜາ  ຄຣິດ ຍາດ​ໄດ້ ພຽງ​ 296 ທີ່​ນັ່ງ, ດັ່ງ​ນັ້ນ ພັນທະ​ມິດ​ປະຊາທິປະ​ໄຕ/ ສັງຄົມ ສາສະໜາ  ຄຣິດ ຕ້ອງ​ຊອກ​ຫາ​ຄູ່​ຮ່ວມ​ມື​ເພື່ອ​ສ້າງ​ຕັ້ງ​ພັນທະ​ມິດ​ກຳ​ອຳ​ນາດ​ໃໝ່. ທ່ານ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ໄດ້​ອອກ​ຖະ​ແຫຼ​ງການ​ອວຍພອນ​​ໃຫ້ທ່ານ​ນາງ​ນາຍົກລັດຖະມົນຕີ Angela Merkel, ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ​ລັດຖະບານ​ໃໝ່​ຂອງ​ທ່ານ​ນາງ​ຈະ​ສືບ​ຕໍ່​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ ​ເອີ​ລົບ ສັນຕິພາບ, ວັດທະນາ​ຖາວອນ ​ແລະ ບັນລຸ​ຜົນສຳ​ເລັດ.

 

ຂ່າວ/ບົດ​ອື່ນ