ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ຢ່າງສົມກຽດ

(VOVWORLD) - 79 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ທົ່ວທັງຊາດ ຫວຽດນາມ ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈ, ພ້ອມກັບນ້ຳໃຈສາມັກຄີສາກົນໂປ່ງໃສ, ນຳການປະຕິວັດ ຫວຽດນາມ ຍາດເອົາໄຊຊະນະ, ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ, ບັນລຸຜົນສຳເລັດໃນພາລະກິດແຫ່ງການປ່ຽນແປງໃໝ່
ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ຢ່າງສົມກຽດ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)

        ຕອນຄ່ຳວັນທີ 29 ສິງຫາ, ຢູ່ໂຮງລະຄອນ ໂຮ່ເກືອມ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ໄດ້ເປັນປະທານ ຈັດພິທີສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024). ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິນແທັງເໝີ້ນ, ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ຜູ້ຕາງໜ້ານັກປະຕິວັດຜູ້ອາວຸດໂສ, ແມ່ ຫວຽດນາມ ວິລະຊົນ, ຜູ້ຊົງຄຸນວຸດທິ, ນັກປັນຍາຊົນ, ຊາວໜຸ່ມດີເດັ່ນໃນທົ່ວປະເທດ ແລະ ແຂກຖືກເຊີນສາກົນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ, 79 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ທົ່ວທັງຊາດ ຫວຽດນາມ ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈ, ພ້ອມກັບນ້ຳໃຈສາມັກຄີສາກົນໂປ່ງໃສ, ນຳການປະຕິວັດ ຫວຽດນາມ ຍາດເອົາໄຊຊະນະ, ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ, ບັນລຸຜົນສຳເລັດໃນພາລະກິດແຫ່ງການປ່ຽນແປງໃໝ່, ກ້າວຂຶ້ນສັງຄົມນິຍົມ. ຫວຽດນາມ ໄດ້ກາຍເປັນສັນຍາລັກຂອງສັນຕິພາບ, ສະຖຽນລະພາບ, ຮັກແພງແຂກຄົນ, ແມ່ນສະຖານທີ່ຂອງບັນດານັກລົງທຶນ ແລະ ແຂກທ່ອງທ່ຽວສາກົນ. ຫວນຄືນ 79 ປີຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ, ຂອງບັນດາລຸ້ນໄປກ່ອນ, ໃນນັ້ນ, ມີທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ປະຊາຊົນໃນທົ່ວປະເທດ; ການສະໜັບສະໜູນ, ໜູນຊ່ວຍທີ່ລ້ຳຄ່າຂອງເພື່ອນມິດສາກົນ, ປະຊາຊົນໃນໂລກທີ່ສະຫງວນໃຫ້ແກ່ ຫວຽດນາມ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພວມສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ; ນຳ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ສົມບູນພູນສຸກ… ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ປາດຖະໜາວ່າ:

        “ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ການຮ່ວມມືຢ່າງແໜ້ນແຟ້ນຂອງເພື່ອນມິດສາກົນ, ຄູ່ຮ່ວມມື ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນທົ່ວໂລກ, ດ້ວຍບົດບາດເປັນຂົວຕໍ່, ການຊຸກຍູ້ຂອງບັນດານັກການທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ, ບັນດານັກລົງທຶນຕ່າງປະເທດໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ”.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ.ຫວຽດນາມ ເຊັ່ນດຽວກັນ, ດ້ວຍການເຂົ້າຮ່ວມຂອງຫົວໜ້າກົງສູນໃຫຍ່, ຜູ້ຕາງໜ້າບັນດາອົງການສະຖານກົງສູນ; ບັນດາອົງການຈັດຕັ້ງສາກົນ, ສະຫະສະມາຄົມວິສາຫະກິດຕ່າງປະເທດ… ປະຈຳ ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ