ຈີນ, ອິນ​ໂດ​ເນ​ເຊຍ ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ 2 + 2, ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ 2 ຝ່າຍ

(VOVWORLD) - ວັນທີ 13 ສິງຫາ, ຈີນ ແລະ ອິນໂດເນເຊຍ ເລີ່ມປະຕິບັດກົນໄກສົນທະນາ  2 + 2 ລະຫວ່າງລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ດ້ວຍກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທຳອິດ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ.

ຈີນ, ອິນ​ໂດ​ເນ​ເຊຍ ເລີ່ມ​ຕົ້ນ​ການ​ສົນ​ທະ​ນາ 2 + 2, ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ 2 ຝ່າຍ - ảnh 1ບັນດາເຈົ້າໜ້າທີ່ອາວຸໂສຂອງ ຈີນ, ອິນໂດເນເຊຍ ເປັນປະທານກອງປະຊຸມ (ພາບ:ກະຊວງການຕ່າງປະເທດ ຈີນ)

ຕາມກະຊວງການຕ່າງປະເທດ ຈີນ, ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບການຮ່ວມມືລະຫວ່າງ ຈີນ - ອິນໂດເນເຊຍ, ກໍຄືການຮ່ວມມືຍຸດທະສາດການຕ່າງປະເທດ, ການປ້ອງກັນຊາດ ລະຫວ່າງສອງຝ່າຍ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມເປັນຈຳນວນຫຼາຍ. ກອງປະຊຸມເຈົ້າໜ້າທີ່ອາວຸໂສຄັ້ງນີ້ “ເປັນຂີດໝາຍຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງປະເທດກ້າວຂຶ້ນລະດັບສູງໃໝ່”

        ແຈ້ງການສື່ມວນຊົນຂອງກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ, ສອງຝ່າຍໄດ້ຕີລາຄາສູງການພັດທະນາຂອງການພົວພັນລະຫວ່າງ ຈີນ - ອິນໂດເນເຊຍ ແລະ ສະແດງຄວາມພ້ອມເພີ່ມທະວີການຕິດຕໍ່ພົວພັນ ແລະ ການສົມທົບ, ຍົກສູງການຮ່ວມມືດ້ານການເມືອງ, ການປ້ອງກັນຄວາມສະຫງົບ ແລະ ຄວາມໄວ້ເນື້ອເຊື່ອໃຈມິດຕະພາບສອງຝ່າຍຢ່າງຕໍ່ເນື່ອງ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ອິນໂດເນເຊຍ ບັນລຸໄດ້ຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

ນັກຂ່າວ VOV ປະຈຳ ຈີນ


ຕອບກັບ

ຂ່າວ/ບົດ​ອື່ນ