ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ສີ​ຂຽວ​ລະ​ຫວ່າງ ຫວຽດ​ນາມ - ຈີນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຖານະບົດບາດຂອງ Sailun ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດຜະລິດ ຢາງນອກລົດແຖວໜ້າໂລກ ກໍ່ຄືໝາກຜົນຂອງການດຳເນີນທຸລະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການປະຕິບັດຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດ Sailun ຫວຽດນາມຈຳກັດ.
ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ສີ​ຂຽວ​ລະ​ຫວ່າງ ຫວຽດ​ນາມ - ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ການຕ້ອນຮັບທ່ານນາງ ລ້ຽວເຢນຂວາ ປະທານກຸ່ມບໍລິສັດ Sailun ທັງເປັນປະທານບໍລິສັດ Sailun ຫວຽດນາມຈຳກັດ (ພາບ: TTXVN)

ວັນທີ 29 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ ລ້ຽວເຢນຂວາ ປະທານກຸ່ມບໍລິສັດ Sailun ທັງເປັນປະທານບໍລິສັດ Sailun ຫວຽດນາມຈຳກັດ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຖານະບົດບາດຂອງ Sailun ເຊິ່ງແມ່ນໜຶ່ງໃນບັນດາບໍລິສັດຜະລິດ ຢາງນອກລົດແຖວໜ້າໂລກ ກໍ່ຄືໝາກຜົນຂອງການດຳເນີນທຸລະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການປະຕິບັດຄວາມຮັບຜິດຊອບທາງສັງຄົມຂອງບໍລິສັດ Sailun ຫວຽດນາມຈຳກັດ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ມອບໝາຍໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຢີສົມທົບກັບກະຊວງແຜນການແລະ ການລົງທຶນສ້າງມາດຖານກ່ຽວກັບວິສາຫະກິດເຕັກໂນໂລຢີສູງ; ສະເໜີ Sailun ສືບຕໍ່ໝູນໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າທີ່ສຸດເພື່ອຕອບສະໜອງບັນດາມາດຖານວິສາຫະກິດເຕັກໂນໂລຢີ ສູງ; ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ, ລະບົບສະໜອງຂອງ ກຸ່ມບໍລິສັດ, ປະກອບສ່ວນຊຸກຍູ້ວິວັດການພັດທະນາສີຂຽວ, ຍືນຍົງຢູ່ ຫວຽດນາມ ກໍ່ຄືຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ