ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

(VOVWORLD) - ກະຊວງການຕ່າງປະເທດສອງປະເທດ ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ແລະ ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສໃນພາກພື້ນ ແລະ ສາກົນ
ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ໂພໄຊ ໄຂຄຳພິທູນ (ພາບ: VGP)

ຕອນບ່າຍວັນທີ 29 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ໂພໄຊ ໄຂຄຳພິທູນ ມາເຂົ້າຢ້ຽມຂ່ຳນັບໃນໂອກາດມາຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ລາວ ຄັ້ງທີ 9.

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຕີລາຄາສູງກົນໄກປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງສອງກະຊວງ, ທ່ານສະເໜີກະຊວງການຕ່າງປະເທດສອງປະເທດ ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ແລະ ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ໄປຄຽງຄູ່ກັນນັ້ນ, ກໍ່ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນຳສອງປະເທດ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະ 2021 – 2025 ເພື່ອປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸ່ງວຽດ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ໂພໄຊ ໄຂຄຳພິທູນ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີ ລະຫວ່າງ ຫວຽດນາມ - ລາວຄັ້ງທີ 9. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນໃນບັນດາກົນໄກຮ່ວມມືສອງຝ່າຍ ລະຫວ່າງສອງປະເທດໃນໄລຍະຈະມາເຖິງ; ພ້ອມທັງສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ