ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຕ້ານ​ການ​ຂຸດ​ຄົ້ນສິນ​ທະ​ເລ ແບບ IUU

(VOVWORLD) - ຕອນບ່າຍວັນທີ 28 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຕີລາຄາໝາກຜົນການປະຕິບັດຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ກະກຽມຕ້ອນຮັບ ແລະ ເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຄັ້ງທີ 5. ກອງປະຊຸມດັ່ງກ່າວໄດ້ຈັດຕັ້ງຕາມຮູບແບບທາງໄກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ​ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຕ້ານ​ການ​ຂຸດ​ຄົ້ນສິນ​ທະ​ເລ ແບບ IUU - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ພາຍຫຼັງເກືອບ 1 ປີ, ນັບແຕ່ການກວດກາຄັ້ງທີ 4 ຂອງ EC ເມື່ອເດືອນຕຸລາ 2023 ແລະ 07 ປີຜັນຂະຫຍາຍບັນດາໜ້າທີ່, ມາດຕະການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ເພື່ອແນໃສ່ຍົກເລີກການກ່າວເຕືອນ “ບັດເຫຼືອງ” ຂອງ EC, ມີຫຼາຍໝາກຜົນໄດ້ຮັບການຮັບຮູ້ຈາກ EC  ແລະ ກໍມີຫຼາຍເນື້ອໃນ ກໍຄື ຄຳຮຽກຮ້ອງ ເຊິ່ງ EC ໄດ້ຍົກອອກມາ ກໍໄດ້ຮັບການແກ້ໄຂ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ຍັງມີບາງໜ້າວຽກ ຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຕ້ອງການ. ດັ່ງນັ້ນ, ດ້ວຍຄວາມຕັດສິນໃຈຍົກເລີກ ບັດເຫຼືອງ ໃນການກວດກາຄັ້ງທີ 5 ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີຄວາມຮັບຮູ້ກ່ຽວກັບຄວາມຫຍຸ້ງຍາກ, ຮົ້ວກີດຂວາງທີ່ຍັງຄົງຄ້າງຢ່າງຈະແຈ້ງ, ພ້ອມທັງສະເໜີມາດຕະການແກ້ໄຂຢ່າງຂາດຂັ້ນ, ຮັບປະກັນການຕ້ອນຮັບ ແລະ ເຮັດວຽກກັບ ຄະນະກວດກາ EC ຢ່າງທີ 5 ໃຫ້ບັນລຸໝາກຜົນດີທີ່ສຸດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ