ທ່ານນາຍົກລັດຖະມົນຕີເຢຍລະມັນປະກາດຈຸດເວລາເຈລະຈາສ້າງຕັ້ງລັດຖະບານປະສົມ

(VOVWORLD) -ວັນທີ 09 ຕຸລາ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angerla Merkel ໄດ້ແຈ້ງໃຫ້ຊາບກ່ຽວກັບການສ້າງຕັ້ງພັນທະມິດລັດຖະບານປະສົມລະຫວ່າງພັກປະຊາທິປະໄຕ/ສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງກັບພັກປະຊາທິປະໄຕເສລີ (FDP) ແລະ ພັກຂຽວ ຈະເລີ່ມແຕ່ວັນທີ 18 ຕຸລາ.

ທ່ານນາຍົກລັດຖະມົນຕີເຢຍລະມັນປະກາດຈຸດເວລາເຈລະຈາສ້າງຕັ້ງລັດຖະບານປະສົມ - ảnh 1 ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angerla Merkel

(ພາບ: Getty)

ຕາມທ່ານນາງ Merkel ແລ້ວ, ສຳພັນທະມິດລະຫວ່າງ 2 ພັກ CDU/CSU ຈະມີບັນດາການເຈລະຈາສະເພາະກັບ FDP ແລະ ພັກຂຽວ ໃນວັນທີ 18 ຕຸລາ. ຫຼັງຈາກນັ້ນ 2 ວັນທຸກຝ່າຍຈະມີວາລະປຶກສາຫາລືລວມ. ຕາມວົງການນັກຊ່ຽວຊານແລ້ວ, ນີ້ຈະແມ່ນວິວັດທະນາການເຈລະຈາທີ່ຫຍຸ້ງຍາກ ຍ້ອນ 3 ຝ່າຍມີທັດສະທະທີ່ແຕກຕ່າງກັນໃນຫຼາຍບັນຫາ ລ້ວນແຕ່ເກີດມາຈາກສ່ວຍສາອາກອນ, ພະລັງງານ ຕະຫຼອດຮອດບັນດາບັນຫາກ່ຽວຂ້ອງເຖິງເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ