ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບຜູ້ບັນຊາການອົງການຕຳຫຼວດທະເລ ສ.ເກົາຫຼີ

(VOVWORLD) - ເພື່ອເພີ່ມທະວີການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ອົງການຕຳຫຼວດທະເລ ສ.ເກົາຫຼີ ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງດຳເນີນການຢ້ຽມຢາມ ແລະ ເຮັດວຽກເປັນປະຈຳ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບຜູ້ບັນຊາການອົງການຕຳຫຼວດທະເລ ສ.ເກົາຫຼີ - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Kim Jong Uk, ຜູ້ບັນຊາການອົງການຕຳຫຼວດທະເລ ສ.ເກົາຫຼີ)

        ຕອນບ່າຍວັນທີ 26 ສິງຫາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານ Kim Jong Uk, ຜູ້ບັນຊາການອົງການຕຳຫຼວດທະເລ ສ.ເກົາຫຼີ ແລະ ພັນລະຍາ, ທີ່ພວມມີການຢ້ຽມຢາມ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ, ເພື່ອເພີ່ມທະວີການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ອົງການຕຳຫຼວດທະເລ ສ.ເກົາຫຼີ ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງດຳເນີນການຢ້ຽມຢາມ ແລະ ເຮັດວຽກເປັນປະຈຳ, ຈັດສົ່ງນັກຊ່ຽວຊານໜູນຊ່ວຍພະນັກງານເຄື່ອນໄຫວພາຫະນະຮັບໃຊ້ການລາດຕາເວນເຂດແຄມທະເລໃຫ້ແກ່ກະຊວງຕຳຫຼວດ ຫວຽດນາມ, ວາງອອກບັນດາແຜນການຮ່ວມມືຢ່າງລະອຽດ ເພື່ອນຳການພົວພັນຂອງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ສົມກັບຄວາມສາມາດບົ່ມຊ້ອນການຮ່ວມມືຂອງ 2 ອົງການ. ພ້ອມທັງ, ສະເໜີໃຫ້ອົງການຕຳຫຼວດທະເລ ສ.ເກົາຫຼີ ໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງຕຳຫຼວດທາງນ້ຳຂຶ້ນກັບກະຊວງຕຳຫຼວດ ຫວຽດນາມ ໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ຕາມແມ່ນ້ຳ, ທະເລ.

        ສ່ວນທ່ານ Kim Jong Uk ຢືນຢັນວ່າ, ຈະຊຸກຍູ້ການປະຕິບັດສຳເລັດບັນດາເນື້ອໃນຮ່ວມມືຈຸດສຸມລະຫວ່າງ 2 ຝ່າຍ; ສືບຕໍ່ມີບັນດາການປະກອບສ່ວນຫຼາຍກວ່າໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ອົງການຕຳຫຼວດທະເລ ສ.ເກົາຫຼີ ເວົ້າສະເພາະ ໃຫ້ນັບມື້ນັບມີປະສິດທິຜົນຢ່າງແທດຈິງ, ເພື່ອສັນຕິພາບ, ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ