ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອີງ​ໃສ່​ປະ​ຊາ​ຊົນ, “ຖື​ປະ​ຊາ​ຊົນ​ເປັນ​ກົກ​”, ເປັນ​ໃຈ​ກາງ, ເປັນພາກ​ສ່ວນ​ຕົ້ນ​ຕໍ

(VOVWORLD) - ຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມກັບຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ ກ່ຽວກັບເລື່ອງປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກມາຮອດປັດຈຸບັນ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອີງ​ໃສ່​ປະ​ຊາ​ຊົນ, “ຖື​ປະ​ຊາ​ຊົນ​ເປັນ​ກົກ​”, ເປັນ​ໃຈ​ກາງ, ເປັນພາກ​ສ່ວນ​ຕົ້ນ​ຕໍ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕີລາຄາສູງບັນດາໝາກຜົນ, ຜົນງານຂອງຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ແລະ ພະນັກງານ, ນັກຮົບທົ່ວກອງທັບ ບັນລຸໄດ້ໃນຕົ້ນອາຍຸການມາຮອດປັດຈຸບັນ ແລະ ຢັ້ງຢືນເຖິງບົດບາດອັນສຳຄັນຂອງກອງທັບໃນທຸກດ້ານ.

        ເມື່ອເວົ້າເຖິງໜ້າທີ່, ມາດຕະການໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຮຽກຮ້ອງໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕ້ອງສຸມໃສ່ປະຕິບັດພັນທະເປັນເສນາທິການຍຸດທະສາດໃຫ້ພັກ, ລັດ ກ່ຽວກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນເຈົ້າການ, ມີໄຫວພິບໃນການຍົກສູງກຳລັງຄວາມສາມາດຄົ້ນຄວ້າ, ຄາດຄະເນ, ມີນະໂຍບາຍແກ້ໄຂບັນດາກໍລະນີຢ່າງມີໄຫວພິບ, ມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກເຖິງການປະຕິບັດແນວທາງປ້ອງກັນປະເທດໃນທົ່ວປວງຊົນ, ຕໍ່ສູ້ເພື່ອປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຕ້ອງອີງໃສ່ທັດສະນະ ອີງໃສ່ປະຊາຊົນ, “ຖືປະຊາຊົນເປັນກົກ”, ເປັນໃຈກາງ, ເປັນພາກສ່ວນຕົ້ນຕໍ, ຈາກນັ້ນ ຜັນຂະຫຍາຍບັນດາມາດຕະການກໍ່ສ້າງ, ປັບປຸງພື້ນຖານປ້ອງກັນຊາດໃນທົ່ວປວງຊົນຢ່າງລະອຽດ, ປ້ອງກັນຕົວເຂດທະຫານ, ເຂດປ້ອງກັນຕົວທຸກຂັ້ນຢ່າງໝັ້ນຄົງເຂັ້ມແຂງ.

ວັນຫຽວ

ຕອບກັບ

ຂ່າວ/ບົດ​ອື່ນ