ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ແກ່​ພະ​ນັກ​ງານໃນ​ແຜນ​ກຳ​ນົດ ​ກຳ​ມະ​ການ​ສູນ​ກາງພັກ ຊຸດ​ທີ XIV

(VOVWORLD) -         ຕອນບ່າຍວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງ ໄດ້ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງພິທີເປີດຊຸດຝຶກອົບຮົມໃຫ້ແກ່ພະນັກງານ ໃນແຜນກຳນົດກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XIV.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ແກ່​ພະ​ນັກ​ງານໃນ​ແຜນ​ກຳ​ນົດ ​ກຳ​ມະ​ການ​ສູນ​ກາງພັກ ຊຸດ​ທີ XIV - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີເປີດ (ພາບ: VOV)

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຊີ້ແຈ້ງວ່າ ໃນທຸກໄລຍະແຫ່ງການປະຕິບັດ, ວຽກງານພະນັກງານຍາມໃດກໍໄດ້ຮັບການກຳນົດວ່າ ແມ່ນວຽກງານຈຸດສຸມ, ແມ່ນກົກຂອງທຸກໜ້າວຽກ. ດັ່ງນັ້ນ, ຈາກກອງປະຊຸມໃຫຍ່ຄັ້ງທີ XI ມາຮອດປັດຈຸບັນ, , ເລື່ອງເປີດຊຸດຝຶກອົບຮົມໃຫ້ແກ່ພະນັກງານໃນແຜນກຳນົດ ກຳມະການຄະນະບໍລິຫານງານສູນກາງພັກ ໄດ້ຮັບການປ່ຽນໃໝ່ຢ່າງຕໍ່ເນື່ອງ ແລະ ນັບມື້ນັບເສີມຂະຫຍາຍປະສິດທິຜົນໄດ້ເປັນຢ່າງດີ. ໃນຊຸດຝຶກອົບຮົມດັ່ງກ່າວ,  ຄະນະຈັດຕັ້ງຈະສຸມໃສ່ແນະນຳ 33 ບົດ, ເຊິ່ງລ້ວນແຕ່ເປັນບັນດາບັນຫາຫຼັກແຫຼ່ງແກ່ນສານກ່ຽວກັບພື້ນຖານການເມືອງແນວຄິດ, ທິດສະດີຂອງພັກ; ກ່ຽວກັບການກໍ່ສ້າງພັກ, ລັດ ແລະ ລະບົບການເມືອງ; ກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ກ່ຽວກັບການປອ້ງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ; ກ່ຽວກັບວິທະຍາສາດການນຳພາ, ຄຸ້ມຄອງໃນສະພາບການໃໝ່.

 

 

ຕອບກັບ

ຂ່າວ/ບົດ​ອື່ນ