ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວິ້ງລອງ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວິ້ງລອງ - ảnh 1
ການເຄື່ອໄຫວຕ່າງໆຂອງທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
​ຢູ່​ແຂວງວິ້ງ​ລອງ
(ພາບ: baovinhlong.com.vn)


(vovworld) -        ​ໃນ​ລະຫວ່າງ​ວັນ​ທີ 25 – 26/11, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ລົງຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງວິ້ງ​ລອງ (Vinh Long) ​ເພື່ອ​ກວດກາ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ. ຕອນ​ເຊົ້າ​ວັນ​ທີ 26/11, ​ເມື່ອລົງ​ຢ້ຽມຢາມ​ຕາ​ແສງ ລອງ​ມີ້ (Long My), ​ເມືອງ ມາງ​ທິດ (Mang Thit), ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຕາ​ແສງ ​ແລະ ພະນັກງານ, ປະຊາຊົນ​ຕາ​ແສງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​​ໄດ້ວາງ​ອອກ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ຊີວິດ​ການ​ເປັນ​ຢູ່, ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ກໍ່ສ້າງ​ພັກ​ຢູ່​ຂັ້ນ​ຮາກ​ຖານ.

        ຕອນ​ບ່າຍ​ວັນ​ທີ 26/11, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກກັບພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ວິ້ງ​ລອງ (Vinh Long). ກ່າວ​ຄຳ​ເຫັນ​ທີ່​ການ​ເ​ຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສະ​ເໜີ​​ແຂວງວິ້ງ​ລອງ (Vinh Long) ຄວນ​ສືບ​ຕໍ່​ຜັນ​ຂະຫຍາຍ​ທ່າ​ແຮງຕັ້ງ​ຢູ່​​ໃຈກາງ​​ເຂດທົ່ງພຽງ​ແມ່​ນ້ຳຂອງ​ເປັນ​ຢ່າງ​ດີ, ​ເຊິ່ງຕິດ​ພັນ​ກັບ​ 2 ຕົວ​ເມືອງ​ໃຫຍ່​ແມ່ນ​ນະຄອນ​ໂຮ່ຈິ​ມິນ ​ແລ​ະ ນະຄອນ ​ເກີນ​ເທີ ​ເພື່ອ​ສ້າງ​​ການ​ເຊື່ອມ​ຕໍ່​ລະຫວ່າງ​ເຂດ​​ເພື່ອພັດທະນາ. ທ່ານ​ເລຂາທິການ​​ໃຫຍ່ ​ໄດ້ຊົມ​ເຊີຍ​​ແຂວງ​ທີ່​ໄດ້​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ຢ່າງ​ເຂັ້ມ​ງວດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ກ່າວ​ວ່າ.

        “ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຊີ້​ແຈ້ງ 8 ໝວດ​ບັນຫາ. ພຽງ​ແຕ່​ຕຳ​ນິຕິ​ຊົມຕົນ​ເອງ ​ແລະ ຕຳ​ນິ​ຕິ​ຊົມ​ກັນ​ແມ່ນ​ຍັງ​ບໍ່ທັນ​ຄົບ​ຖ້ວນ, ວຽກ​ງານ​ແນວ​ຄິດ, ວຽກ​ງານ​ຈັດ​ຕັ້ງກໍ​ແມ່ນ​​ເພື່ອກໍ່ສ້າງ​ພັກ. ການ​ສຶກສາ​ອົບຮົມຝືກຝົນ​ຫຼໍ່​ຫຼອມ, ຄຸ້ມ​ຄອງ​ມະນຸດ​ກໍ່​ແມ່ນ​ການ​ກໍ່ສ້າງ​ພັກ. ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ມີ​ກົນ​ໄກ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານ​ເປັນ​ເຈົ້າ​ການ​ຂອງ​ປະ​ຊົນ​ໃນ​ການ​ກໍ່ສ້າງ​ພັກ, ຂອງ​ພະນັກງານ​ສະມາຊິກ​ພັກ. ສະພາ​ແຫ່ງ​ຊາດ​ຫາ​ກໍ່​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບການ​ຄະ​ແນນ​ສຽງປ່ອນ​ບັດ​ໄວ້​ວາງ​ໃຈ​ແລ້ວ. ນີ້​ບໍ່​ພຽງ​ແຕ່​ແມ່ນການ​ຕັກ​ເຕື່ອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ມາດ​ຕະການ​ເພື່ອ​ຮັບປະກັນ​ໃຫ້​ພະນັກງານ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜູ້​ທີ່​ມີໜ້າ​ທີ່, ​ສິດ​ອຳນາດ ຕ້ອງປະຕິບັດ​ໃຫ້​ຖືກ​ຕາມ​ໜ້າ​ທີ່​ຂອງ​ຕົນອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ