ນັກ​ເສດ​ຖະ​ກິດ ອັງ​ກິດ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

(VOVWORLD) - ສຳນັກຂ່າວສານ DW (ເຢຍລະມັນ) ໃນວັນທີ 25 ພຶດສະພາ ໄດ້ຄັດສະເໜີຄຳເຫັນຂອງທ່ານ Kenneth Atkinson, ສະມາຊິກສະພາບໍລິຫານຫ້ອງການການຄ້າ ອັງກິດ ປະຈຳ ຫວຽດນາມ ໂດຍໃຫ້ຂໍ້ສັງເກດວ່າ ອັງກິດ ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ.
ນັກ​ເສດ​ຖະ​ກິດ ອັງ​ກິດ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ແງ່​ຫວັງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ - ảnh 1(ພາບປະກອບ: TTXVN)

ຕາມສຳນັກຂ່າວສານ DW ແລ້ວ, ຫຼາຍຄົນໄດ້ສະແດງຄວາມເປັນຫ່ວງວ່າ ບັນດາມາດຕະການຈຳກັດບໍລິເວນ, ປິດປະຕູບັນດາຮາກຖານດຳເນີນທຸລະກິດ ແລະ ຈຳກັດການເຄື່ອນໄຫວທ່ອງທ່ຽວ ອາດຈະກີດຂວາງການເຕີບໂຕຂອງຂະແໜງທ່ອງທ່ຽວ ແລະ ພື້ນຖານເສດຖະກິດຂອງ ຫວຽດນາມ ເວົ້າລວມ. ເຖິງຢ່າງໃດກໍຕາມ, ໃນໄລຍະເສດຖະກິດທົ່ວໂລກພວມຊຸດໂຊມ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19  ກໍ່ຂຶ້ນໃນປີ 2020, ພື້ນຖານເສດຖະກິດ ຂອງ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູ, ບັນລຸໄດ້ລະດັບການເຕີບໂຕທີ່ໜ້າປະເອີບໃຈ ດ້ວຍ 2,9% ເມື່ອທຽບໃສ່ປີ 2019.

        ສຳນັກຂ່າວສານ DW ກໍຄັດສະເໜີການຄາດຄະເນຂອງທ່ານ Kenneth Atkinson ທີ່ວ່າ ການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຈະສົ່ງຜົນກະທົບຕໍ່ໄຕມາດການເງິນຕໍ່ໄປ ຂອງ ຫວຽດນາມ, ແຕ່ທ່ານມີຄວາມເຊື່ອໝັ້ນຕໍ່ການຜັນແປໃນໄລຍະຈະມາເຖິງ. ທ່ານ Kenneth Atkinson ໃຫ້ຮູ້ວ່າ ອີງໃສ່ຂໍ້ມູນອັບເດດຫຼ້າສຸດ ໄດ້ຊີ້ໃຫ້ເຫັນວ່າ ການສົ່ງອອກຂອງ ຫວຽດນາມ ໄປຍັງ ອີຢູ ໄດ້ເພີ່ມຂຶ້ນ 28% ແລະ ຈຳນວນເງິນຕາຕ່າງປະເທດທີ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຝາກກັບເມືອປະເທດກໍເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ